ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ຄວາມ​ຕັດສິນ​ໃຈ​ແລະມານະ​ຈິດ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນໃນ​ການປົກ​ປັກ​ຮັກສາ​ອະທິປະ​ໄຕ​​ເໜືອ​ເກາະ​ຕ້ຽວ​ອີ

(GMT+08:00) 2013-09-11 14:31:26     cri
ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນຍາ​ນີ້, ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ມີຄວາມ​ຕັດສິນ​ໃຈ​ແລະ​ມານະ​ຈິດ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ​​ໃນ​ການປົກ​ປັກ​ຮັກສາ​ອະທິປະ​ໄຕ​ເໜືອເກາະ​ຕ້ຽວ​ອີ.

ມີ​ນັກ​ຂ່າວ​ຖາມ​ວ່າ: ຄຳ​ຖາມ​ທີ1,ພາຍຫຼັງລັດຖະບານ​ຍີ່ປຸ່ນປະກາດ "ຈັດ​ຊື້"​ເກາະ​ຕ້ຽວ​ອີ​​ເປັນ​ເວລາ 1 ປີ​ເປັນ​ຕົ້ນ​ມາ, ຢູ່​ລະ​ຫວ່າງ​ຈີນ-ຍີ່ປຸ່ນ​ໄດ້​ມີ​ຄວາ​ມຂັດ​ແຍ້​ງກັນ​ຫຼາຍ​ຂຶ້ນ​ຕື່ມ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ, ການ​ພົວພັນ​ລະ​ຫວ່າງ​ຈີນ-ຍີ່ປຸ່ນ​ກໍ່​ໄດ້​ຮັບ​ຜົນ​ກະທົບ. ຈີນ​ມີ​ການ​ວິຈານແນວ​ໃດ​ຕໍ່​ເລື່ອງ​ນີ້ ? ຄຳ​ຖາມ​ທີ 2, ກຳ​ປັ່ນລາດຕະ​ເວນ 7 ລຳ​ຂອງ​ຕຳຫຼວດ​ທະ​ເລຈີນ​ໄດ້​ໄປ​ລາດຕະ​ເວນ​ຢູ່​​ເຂດທະ​ເລ​ເກາະ​ຕ້ຽວ​ອີ​ໃນ​ວັນ​ທີ 10 ກັນຍາ​ນີ້, ນີ້​ມີ​ສ່ວນ​ກ່ຽວຂ້ອງ​ກັບການ​ທີ່​ຍີ່ປຸ່ນ​ປະກາດ "​ຈັດ​ຊື້​ເກາະ​ຕ້ຽວ​ອີ" ຄົບຮອບ 1 ປີຫຼື​ບໍ່​ ?

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ຍີ່ປຸ່ນດຳ​ເນີນການ​ຫັນ​​ເກາະ​ຕ້ຽວ​ອີ​ເຊິ່ງ​ເປັນ​ດິນ​ແດນ​ຂອງ​ຈີນ​ນັ້ນເປັນ​​ດິນ​ແດນຂອງ​ຍີ່ປຸ່ນຢ່າງ​ຜິດ​ກົດໝາຍ, ​ໄດ້​​ເປັນ​ການລ່ວງ​ລ້ຳ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ​ຢ່າງ​ໜັກໜ່ວງ, ​​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ-ຍີ່ປຸ່ນ​ຕົກ​ຢູ່​ໃນ​ສະພາບ ​ຫຍຸ້ງຍາກທີ່​ສຸດ. ພວກ​ຂ້າພ​ະ​ເຈົ້າ​ເຕືອນໃຫ້​ຍີ່ປຸ່ນ​ກ້າ​ປະ​ເຊີນ​ກັບ​ປະຫວັດສາດ​ແລະ​ຄວາມ​ຈິງຢ່າງ​ຖືກຕ້ອງ, ​ແກ້​ໄຂ​ຄວາມ​ຜິດ​ຂອງ​ຕົນ​ດ້ວຍ​ການ​ກະທຳ​ຕົວ​ຈິງ, ຢຸດຕິ​ການ​ກະທຳ​ທ້າ​ທາຍ​ເກາະ​ຜິດທຸກ​ຢ່າງ​ທີ່​ເປັນ​ການ​ທຳລາຍ​ອະທິ​ດປະ​ໄຕ​ຂອງ​ຈີນ, ທຳ​ຄວາມ​ພະຍາ​ຍາມ​​ເພື່ອກຳຈັດອຸປະສັກ​ຕ່າງໆທີ່​ກີດ​ຂວາງ​ການປັບປຸງ​ການ​ພົວພັນລະຫວ່າງ​ສອງ​ປະ​ເທດ. ຈີນ​ມີຄວາມ​ຕັດສິນ​ໃຈ​ແລະ​ມານະ​ຈິດ​ອັນເດັດດ່ຽວ​ໜຽວ​ແໜ້ນໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ເໜືອເກາະ​ຕ້ຽວ​ອີ​, ພ້ອມ​ກັນ​ນັ້ນ​ກໍ່​ສຸມ​ກຳລັງ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນດ້ວຍ​ສັນຕິ​ວິທີ​ໂດຍ​ຜ່ານ​ການ​ສົນທະນາ​ແລະ​ປຶກສາ​ຫາລືກັນ. ​ກຳ​ປັ່ນ​ປ້ອງ​ກັນ​ຄວາມປອດ​ໄພ​ຂອງ​ຈີນ​ດຳ​ເນີນ​ການ​ລາດຕະ​ເວນ​ຢູ່​ນ່ານທະ​ເລ​ເກາະ​ຕ້ຽວ​ອີ​ຂອງ​ຈີນ, ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ປົກກະຕິຂອງ​ເຈົ້າ​ໜ້າ​ທີ່​ຈີນ​ໃນ​ການ​ປະຕິບັດ​ສິດ​ການ​ບໍລິຫານ​ເຂດທະ​ເລ​ເກາະ​ຕ້ຽວ​ອີ.