ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ ກຳ​ປັ່ນ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ຈີນ​ລາດຕະ​ເວນຢູ່​ນ່ານທະ​ເລເກາະ​ຕ້ຽວ​ອີ 59​ ​ເທື່ອ ​ໄດ້​ປະສົບ​ການ​ທ້າ​ທາຍ​ເກາະ​ຜິດຈາກ​ຍີ່ປຸ່ນຫຼາຍ​ເທື່ອ

(GMT+08:00) 2013-09-11 14:32:20     cri
ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້​ໃນວັນ​ທີ 10 ກັນຍາ​ນີ້ວ່າ, ພາຍຫຼັງ​ລັດຖະບານ​ຍີ່ປຸ່ນ​ໄດ້​ປະກາດ​ອັນ​ທີ່​ວ່າ "ຈັດ​ຊື້"​ເກາະ​ຕ້ຽວ​ອີ້​ຂອງ​ຈີນ​​ໃນເດືອນ​ກັນຍາ​ປີ 2012​ເປັນ​ຕົ້ນ​ມາ, ກຳ​ປັ່ນປະຕິບັດ​ກົດໝາຍ​ຂອງຈີນ​ໄດ້​ບັນລຸ​ການ​ລາດຕະ​ເວນຕາມປົກກະຕິ​ຢູ່​​ເຂດທະ​ເລ​ເກາະ​ຕ້ຽວ​ອີ​ຢ່າງ​ສຳ​ເລັດ​ຜົນ, ​ແລະ​ໄດ້​ຈັດ​ຕັ້ງ​ການ​ລາດຕະ​ເວນ​ຢູ່​ນ່ານທະ​ເລ​ເກາະ​ຕ້ຽວ​ອີ​ໃນ​ເວລາ​ອັນ​ຄວນ 59 ​ເທື່ອ, ​ໃນ​ນັ້ນ,ກຳ​ປັ່ນ​ລາດຕະ​ເວນ​ເຂົ້າໃກ້​ກັບ​ເກາະ​ຕ້ຽວ​ອີ​ທີ່​ສຸດ​ແມ່ນ 520 ​ແມັດ.

ຂ່າວ​ແຈ້ງວ່າ, ​ໃນ​ໄລຍະ​ປະຕິບັດ​ການ​ລາດຕະ​ເວນ​ຢູ່​ເກາະ​ຕ້ຽວ​ອີ, ຍີ່ປຸ່ນ​ເຄີຍ​ໄດ້​ລ່ວງ​ລະ​ເມີດ​ກົດ​ລະບຽບ​ການ​ເດີນ​ເຮືອ​ສາກົນ, ​ໄດ້​​ເຂົ້າ​ໃກ້​ແລະ​ທຳການທ້າ​ທາຍ​ເກາະ​ຜິດກັບ​ກຳ​ປັ່ນ​ຕິດຕາມ​ກວດການ​ທາງ​ທະ​ເລ​ຂອງ​ຈີນ​ຫຼາຍ​ເທື່ອ, ​ເພື່ອ​ຢາກ​ຂົ່ມ​ຂູ່​ແລະ​ສະກັດ​ກັ້ນບໍ່​ໃຫ້​ຈີນ​ດຳ​ເນີ​ນການເຄື່ອນ​ໄຫວ​ ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແລະປະຕິບັດ​ກົດໝາຍເທິງ​ທະ​ເລ​ທີ່ເປັນ​ປົກກະຕິ. ​ໂດຍ​ແນ​ໃສ່​ການ​ກະທຳຂອງ​ຍີ່ປຸ່ນ, ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ຕັ້ງ​ກຳ​ປັ່ນ​ຕິດຕາມ​ກວດກາ​ນທາງທະ​ເລ​ຂອງ​ຈີນ​ສືບ​ຕໍ່​ດຳ​ເນີນການ​ລາດ​ຕະ​ເວນ​ແລະ​ປະຕິບັດ​ກົດໝາຍຢູ່​​ເຂດທະ​ເລ​ເກາະ​ຕ້ຽວ​ອີ​ເພື່ອ​ປົກ​ປັກ​ຮັກສາ​ອະທິ​ປະ​ໄຕທາງ​ດ້ານ​ດິນ​ແດນ, ​ໄດ້ສະ​ແດງ​ໃຫ້​​ເຫັນ​​ເຖິງອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ​ດ້ວຍ​ການກະທຳ​ຕົວ​ຈິງ. ຍ້ອນ​ໄດ້​ຮັບ​ຄວາມ​ກົດ​ດັນ​ໃນ​ສອງດ້ານ​ຄື: ການ​ຕໍ່​ວ່າ​ທັກ​ທ້ວງທາງການ​ທູດ​ແລະ​ການ​ປະຕິບັດ​ກົດໝາຍ​ເທິງ​ທະ​ເລ​ຈາກ​ຈີນ, ພາຍຫຼັງ​ມາ, ກຳ​ປັ່ນ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ຍີ່ປຸ່ນບໍ່​ກ້າ​ໃຊ້​ການ​ກະທຳ​​ທີ່​ມີ​ຄວາມອັນຕະລາຍທີ່​ຮຸນ​ແຮງຕໍ່​​ກຳ​ປັ່ນປະຕິບັດ​ກົດໝາຍຂອງ​ຈີນ​ອີກ​ໃນ​ເວລາ​ກຳ​ປັ່ນ​ຂອງ​ຈີນລາດຕະ​ເວນ​ແລະ​ປະຕິບັດ​ກົດໝາຍ​ຢູ່​​ເຂດທະ​ເລ​ເກາະ​ຕ້ຽວ​ອີ.

ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ໃນ​ຕໍ່ໜ້າ, ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ຈະ​ຊຸກຍູ້​ການ​ປົກ​ປັກ​ຮັກສາ​ອະທິປ​ະ​ໄຕ​ທາງ​ດ້ານ​ດິນ​ແດນ​ແລະ​ປະຕິບັດ​ກົດໝາຍ​ຢູ່​ເກາະ​ຕ້ຽວ​ອີ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ນັບ​ທັງ​ສິດ​ແລະ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຊົນ​ຊາດ​ຈີນ​ດ້ວຍ​ການ​ກະທຳ​ຕົວ​ຈິງ.