ຫວຽດນາມ​ແລະ​ສິງກະ​ໂປ​ປະກາດ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

(GMT+08:00) 2013-09-12 13:05:44     cri
ວັນ​ທີ 11 ກັນຍາ​ນີ້, ຢູ່​ສຳນັກງານ​ນາຍົກລັດຖະມົນຕີຫວຽດນາມ, ທ່ານ​ຫງວຽນ​ເຕິ​ນຢຸງ ນາຍົກລັດຖະມົນຕີຫວຽດນາມ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ລີ​ຊຽນລົງ ນາຍົກລັດຖະມົນຕີສິງກະ​ໂປ​ທີ່​ເດີນທາງ​​ໄປ​ຢ້ຽມຢາມ. ພາຍຫຼັງ​ການ​ພົບ​ປະ​ເຈລະຈາ, ນາຍົກລັດຖະມົນຕີທັງສອງປະ​ເທດ​ໄດ້​ປະກາດ​ໃນ​ງານ​ຖະ​ແຫຼ​ງຂ່າວ​ວ່າ​ຍົກ​ລະດັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ເຖິງ​ລະດັບ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ຫງວຽນ​ເຕິນ​ຢຸງ​ກ່າວ​ວ່າ: ​ເຊື່ອ​ໝັ້ນ​ວ່າ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ​ສິງກະ​ໂປ​ຈະ​ສາມາດ​ນຳພາ​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ສອງ​ຝ່າຍ,ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ສຳ​ເລັດ​ໃນ​ປີ2015.

ປີ2013​ນີ້​ແມ່ນ​ປີ​ທີ່​ຫວຽດນາມ​ແລະ​ສິງກະ​ໂປ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 40 ປີ, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຫງວຽນ​ເຕິ​ນຢຸງ,​ເລີ່​ມ​ແຕ່​ວັນ​ທີ 11 ​ກັນຍາ​ນີ້​ເປັນ​ຕົ້ນ​ມາ, ທ່ານ​ລີ​ຊຽນລົງ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 3 ວັນ.ນີ້​ແມ່ນ​ເທື່ອ​ທີ​ສອງ​ທີ່​ທ່ານ​ລີ​ຊຽນລົງ​ຢ້ຽມຢາມ​ຫວຽດນາມ​ພາຍຫຼັງ​ທີ່​ທ່ານ​ໄດ້​ຂຶ້ນ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີສິງກະ​ໂປ.