ທ່ານ​ຫຼິວຢຸນຊານ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2013-09-12 18:49:21     cri
ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ພັກ​ປະຊາຊົນ​ແລະ​ພັກ​ຟຸນ​ຊິນ​ເປັກ​ຂອງ​ກຳປູ​ເຈຍ, ທ່ານ​ຫຼິວຢຸນຊານ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລຂາ​ຄະນະ​ເລຂາທິການ​ສູນ​ກາງ​ພັກຄອມ​ມູນິດ​ຈີນ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ກຳປູ​ເຈຍ​ຢ່າງ​ເປັນ​ທາງ​ການ​​ແຕ່​ວັນ​ທີ 11ຫາ​ວັນ​ທີ 12 ກັນຍາ​ນີ້, ​ໂດຍ​ທີ່​ທ່ານ​ຫຼິວຢຸນຊານ​ໄດ້​​ເຂົ້າ​​ເຝົ້າ​ສົມ​ເດັດ​ໂນ​ໂລ​ດົມ​ສີ​ຫາ​​ໂມ​ນີ ກະສັດກຳປູ​ເຈຍ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນຂອງ​ກຳປູ​ເຈຍ,​ພ້ອມ​ດຽວ​ກັນ​ນັ້ນ,​ທ່ານ​ຍັງ​ໄດ້​​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ຮຸນ​ແຊນ ຮອງ​ປະທານພັກ​ປະຊາຊົນ, ນາຍົກລັດຖະມົນຕີ, ທ່ານ​ເຮັງຊຳ​ຣິນ ປະທານ​ກິດ​ຕິ​ມະ​ສັກ​ພັກ​ປະຊາຊົນ​,ປະທານ​ສະພາ​ແຫ່ງ​ຊາດ, ​ແລະ​ທ່ານ​ໂນ​ໂລ​ດົມ ອາ​ລານ ຣາສມີ ປະທານ​ພັກ​ຟຸນ​ຊິນ​ເປັກ​ກຳ​ປູ​ເຈຍ.

ໃນ​ໄລຍະ​ຢ້ຽມຢາມ​ກຳປູ​ເຈຍ, ທ່ານ​ຫຼິວຢຸນຊານ​ໄດ້​ໄປ​ທັດສະນະ​ສຶກສາຢູ່​ຮ້ານ​ຂາຍ​ປຶ້ມ​ພາສາ​ຈີນ​ຊິນ​ຈື່ທີ່​ພະນົມ​ເປັນ, ​ແລະ​ໄດ້​ເຂົ້າ​ຮ່ວມ​ພິທີ​ມອບ​ຮັບ​ໂຮງໝໍ​ສູນ​ກາງ​ມິດ​ຕະພາບ​ຈີນ​ກຳປູ​ເຈຍ​ທີ່​ມູນ​ນິທິ​ສັນຕິພາບ​ແລະ​ການ​ພັດທະນາ​ຈີນ​ເປັນ​ຜູ້​ຊ່ວຍ​ເຫຼືອ​ກໍ່ສ້າງ, ​ທ່ານ​ຍັງ​ໄດ້​ໂອ້​ລົມ​ກັບ​ປະຊາຊົນ​ໃນນະຄອນຫຼວງ​ພະນົມ​ເປັນຢ່າງ​ສະໜິດສະໜົມ​.