ຈັດຊຸດ​ອົບຮົມ​ເຈົ້າ​ໜ້າ​ທີ່​ຈີນ-ລາວ​ເພື່ອ​ຖອດ​ຖອນ​ບົດຮຽນ​ດ້ານ​ການ​ຫຼຸດ​ຜ່ອນຄວາມທຸກ​ຍາກ

(GMT+08:00) 2013-09-12 14:57:20     cri
ຊຸດ​ອົບຮົມ​ການ​ພັດທະນາ​ຊົນນະບົດ​ແລະ​ຫຼຸດຜ່ອນ​ຄວາມທຸ​ກຍາກ​ສຳ​ລັບ​ເຈົ້າ​ໜ້າ​ທີ່​ຈີນ-ລາວ​ປີ 2013 ​ໄດ້​​ເລີ່​ມຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຈີນ​ໃນວັນ​ທີ 11 ກັນຍາ​ນີ້, ​ເຈົ້າ​ໜ້າ​ທີ່ 15 ທ່ານ​ທີ່​ມາ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລາວຈະດຳ​ເນີນ​ການອົບຮົມ​ຢູ່​ເຂດ​ກວາງຊີ​​ເປັນ​ເວລາ 1 ອາທິດ, ພ້ອມ​ທັງ​ຖອດ​ຖອນ​ບົດຮຽນ​ແລະ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັບ​ພະນັກງານ​ດ້ານ​ວຽກ​ງານຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ຈີນ.

ຂ່າວ​​ແຈ້ງວ່າ, ຫົວ​ຂໍ້​ຂອງ​ຊຸດອົບຮົມ​ຄັ້ງ​ນີ້​ແມ່ນ​ການ​ພັດທະນາ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ມີ​ຈຸດປະສົງ​ເພື່ອຊຸກຍູ້​ການ​ຊົມ​ໃຊ້​ນະ​ໂຍບາຍ​ແລະການ​ຖອດ​ຖອນ​ບົດຮຽນ​ລະຫວ່າງ​ຈີນ-ລາວໃນ​ຂົງ​ເຂດການ​ພັດທະນາ​ຊົນ​ນະ​ບົດ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເພື່ອຊອກ​ຮູ້ຄວາມຕ້ອງການ​ໃນ​ການ​ຮ່ວມ​ມື​ດ້ານການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ລະຫວ່າງ​ຈີນ-ລາວ​ຕື່ມ​ອີກ, ສ້າງ​ພື້ນຖານ​ທີ່​ດີ​ໃຫ້ແກ່​ການ​ຊຸ​ກຍູ້​ການ​ຮ່ວມ​ມື​ດ້ານການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ລະຫວ່າງ​ສອງ​ປະ​ເທດ.

ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບຂອງລາວກທ່ານ​ໜຶ່ງກ່າວວ່າ, ທ່າ​ນ​ເຊື່ອ​ວ່າ​ໃນ​ຕໍ່​ໜ້າ​ ຈີນ-ລາວ​ຈະ​ມີ​ໂອກາດ​ຫຼາຍ​ກວ່າ​ເກົ່າ​ເພື່ອດຳ​ເນີນ​ການ​​ແລກປ່ຽນ​ໃນ​ຂົງ​ເຂດ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່​ຫວັງ​ວ່າຊຸດ​ອົບ​ຮົມ​ແບບ​ນີ້​ສາມາດ​ໄປ​ຈັດ​ຢູ່​ລາວ.