ງານມະຫະກຳກິ​ລາທົ່ວ​ປະ​ເທດຄັ້ງ 12 ​ໄດ້ອັດ​ລົງ​ແລ້ວຢູ່​ນະຄອນ​ເສີນ​ຢາງ​ແຂວງ​ລຽວນິງຈີນ

(GMT+08:00) 2013-09-12 16:11:28     cri
ງານມະຫະກຳ​ກິລາ​ທົ່ວ​ປະ​ເທດ​ຈີນຄັ້ງທີ 12 ​ໄດ້​ອັດ​ລົງ​ແລ້ວ​ຢູ່​ນະຄອນ​ເສີນ​ຢາງ​ແຂວງ​ລຽວນິງຈີນ​ໃນ​ວັນ​ທີ 12 ກັນຍາ​ນີ້. ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ແລະ​ປະກາດ​ອັດ​ງານ​ກິລາຄັ້ງ​ນີ້.

ທ່ານ​ລິວ​ເຜິງ, ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໂດຍ​ກ່າວ​ວ່າ, ຫົວ​ຂໍ້​ຂອງງານ​ມະຫະກຳກິລາທົ່ວ​ປະ​ເທດ​ຄັ້ງ​ນີ້​ແມ່ນ "ປະຊາຊົນທົ່ວ​ປວງ​ຊົນອອກກຳລັງ​ກາຍ, ຮ່ວມ​ກັນຊົມ​ໃຊ້​ງານ​ມະຫະກຳກິລາທົ່ວ​ປະ​ເທດ", ຖືຄວາມ​ຍອດ​ຍິ່ງ, ລຽບ​ງ່າຍ, ປະຢັດມັດທະຍັດ​ເປັນຄຸນສົມ​ບັດ, ອອ​ກ​ແຮງ​ດຳ​ເນີນ​ການ​ປະຕິ​ຮູບ, ປະດິດ​ສ້າງ​ຄວາມນິຍົມ​ແບບໃໝ່; ນັກ​ກິລາ​ໄດ້​ສະ​ແດ​ງລະດັບ​ການ​ແຂ່ງ​ຂັນ​ກິລາ​ທີ່​ເລີດ​ລ້ຳ​ແລະ​ຄຸນສົມບັດ​ທາງ​ຈິດ​ໃຈ​ທີ່​ດີງາມ, ​ໄດ້​ເຜີຍ​ແຜ່​ນ້ຳ​ໃຈ​ທາງ​ດ້ານ​ກິລາ​ ​ແລະ​ນ້ຳ​ໃຈ​ໂອ​ລິ​ມປິກຂອງ​ຊົນ​ຊາດ​ຈີນ.

​ມີ​ຕົວ​ແທນ​ນັກ​ກິລາ 38 ຄະນະ​ທີ່​ໄປ​ເຂົ້າ​ຮ່ວມ​ງານ​ກິລາ​ຄັ້ງ​ນີ້, ​ແຂວງ​ຊ່ານ​ຕຸ່ງໄດ້​​ເປັນອັນ​ດັບ​ໜຶ່ງ​ໃນການຈັດ​ອັນດັບ​ຄະ​ແນນສັງ​ລວມຂອງ​ການ​ແຂ່ງຂັນ​ກິລາ, ນະຄອນ​ລຽວນິງທີ່​ເປັນ​ເຈົ້າພາບ​ເປັນອັນ​ດັບ 2 ​​ແລະ​ແຂວງ​ກວາງ​ຕຸ່ງ​ເປັນອັນ​ດັບ​ທີ 3. ງານມະຫະກຳ​ກິລາ​ທົ່ວ​ປະ​ເທດ​ຈີນຄັ້ງ​ຕໍ່​ໄປ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ທຽນ​ສິນ​ຂອງ​ຈີນ​ໃນ​ປີ 2017.