ນາຍົກ​ຈີນ​ເຂົ້າ​ຮ່ວມ​ພິທີ​​ໄຂ​ກອງ​ປະຊຸມ​ເວິທີ​ປຶກສາ​ຫາລື​ດາ​ວົສ໌ລະດູ​ຮ້ອນ​ຄັ້ງ​ທີ7​ແລະ​ກ່າວ​ຄຳ​ປາ​ໄສ​ພິ​ເສດ

(GMT+08:00) 2013-09-12 09:28:40     cri
ຕາມ​ຂ່າວ​ສານ​ຊິນ​ຮວາ, ຕອນ​ບ່າຍ​ວັນ​ທີ11​ກັນຍາ​ນີ້, ທ່ານ​ຫຼີ​ເຄິ້ຊຽງ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ລະດູ​ຮ້ອນ​ດາ​ວົສ໌ຄັ້ງ​ທີ7 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຕ້າ​ຫຼຽນ​ຂອງ​ຈີນ, ​ແລະ​ກ່າວ​ຄຳ​ປາ​ໄສ​ພິ​ເສດ.

​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ຫຼີ​ເຄີ້ຊຽງ​ກ່າວ​ວ່າ, ວິ​ກິດ​ການ​ການ​ເງິນ​ສາກົນ​ທີ່​ເກີດ​ຂຶ້ນ5​ປີ​ແລ້ວ, ປັດຈຸບັນ, ສະຖານະ​ການ​ເສດຖະກິດ​ໂລກ​ຍັງ​ສັບສົນ​ຫຼາຍ. ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ຫຼາຍ​ປັດ​ໄຈ, ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ໄດ້​ຊ້າ​ລົງ, ພາ​ໃຫ້​ຄົນ​ທັງຫຼາຍ​ສົນ​ໃຈ​ນຳ​ຢ່າງ​ກວ້າງຂວາງ. ​ແຕ່​ການ​ພັດທະນາ​ເສດ​ຖະກິດ​ຂອງ​ຈີນ​ຍັງ​ມີ​ພື້ນຖານ​ທີ່​ດີ, ​ແລະ​ພັດທະນາ​ໄປ​ຢ່າງ​ໜັກ​ແໜ້ນ​​ໃນ​ດ້ານ​ກວມ​ລວມ.

ທ່ານ​ຫຼີ​ເຄີ້ຊຽງ​ຊີ້​ອອກ​ວ່າ, ປັດຈຸບັນ, ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ຈີນ​ໄດ້​ຮັກສາ​ຢູ່​ປະມານ7,5%, ​ໄດ້ ຊ້າ​ກວ່າແຕ່​ກ່ອນໜ້ອຍ​ໜຶ່ງ, ​ແຕ່​ເມື່ອ​ສັງ​ເກດ​ຈາກ​ຂອບ​ເຂດ​ທົ່ວ​ໂລກ​ແລ້ວ​ເຫັນ​ວ່າ, ຍັງ​ເປັນຈັງ​ຫວະ​ເຕີບ​ໂຕ​ທີ່​ສູງ​ໃນ​ອົງ​ກອນ​ເສດຖະກິດ​ຕົ້ນຕໍ​ຂອງ​ໂລກ. ການ​ຫັນ​ເປັນ​ແບບ​ອຸດສາຫະກຳ​ແລະ​ການ​ກໍ່ສ້າງ​ຕົວ​ເມືອງ​ຂອງ​ຈີນ​ຍັງ​ຢູ່​ໃນ​ໄລຍະ​ຕົ້ນ, ​ແລະ​ຍັງ​ມີ​ຄວາມ​ບົ່ມ​ຊ້ອນ​ອັນ​ມະຫາສານ​ໃນ​ດ້ານ​ການ​ພັດທະນາ​ລະຫວ່າງ​ພາກພື້ນ​ແລະ​ດ້ານ​ການ​ຕະຫຼາດ, ສະ​ນັ້ນ, ຊຸກຍູ້​ການ​ປະຕິ​ຮູບ​ຕໍ່​ໄປ​ຍ່ອມ​ຈະ​ເຮັດ​ໃຫ້​ມີ​ພະລັງ​ຊີວິດ​​ໃໝ່. ພກ​ເຮົາ​ມີ​ຄວາມ​ສາມາດ​ແລະ​ມີ​ເງື່ອນ​ໄຂ​ຮັກສາ​ໃຫ້​ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ປອດ​ໃສ​ແລະຕໍ່​ເນື່ອງ​ເປັນ​ໄລຍະ​ຍາວ​ນານ, ​ແລ້ວ​ເຮັດ​ໃຫ້​ມີ​ໂອກາດ​ປະກອບ​ອາຊີບ​ຫຼາຍ​ຂຶ້ນ​ແລະ​ເຮັດ​ໃຫ້​ລາຍ​ໄດ້​ຂອງ​ປະຊາຊົນ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ, ​ເຮັດ​ໃຫ້​ຜົນສຳ​ເລັດ​ດ້ານ​ການ​ປະຕິ​ຮູບ​ແລະ​ການ​ພັດທະນາ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ຢ່າ​ງກວ້າງຂວາງ.

ທ່ານ​ຫຼີ​ເຄີ້ຊຽງ​ຊີ້​ອອກ​ວ່າ, ​ໃນ​ຖານະ​ເປັນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດທະນາ, ຈີນ​ມີໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ​ໃນ​ວຽກງານ​ສາກົນ, ຈີນ​ຍິນ​ດີ​ປະກອບສ່ວນ​ເພື່ອ​ຊຸກ​ຍູ້​ໃຫ້​ເສດຖະກິດ​ໂລກ​ພັດທະນາ​ຢ່າງ​ແຂງ​ແຮງ, ຕໍ່​ເນື່ອງ​ແລະ​ໝັ້ນ​ທ່ຽງ. ​ແຕ່​ໜ້າ​ທີ່​ຮັບຜິດຊອບ​ແລະ​ພັນທະ​ຂອງ​ຈີນ​ຄວນ​ສອດຄ່ອງ​ກັບ​ລະດັບ​ການ​ພັດທະນາ​ຂອງ​ຕົນ.

ສຸດ​ທ້າຍ, ທ່ານ​ຫຼີ​ເຄີ້ຊຽງ​ກ່າວວ່າ, ຄວາມ​ອັດສະຈັນ​ແຫ່ງ​ການ​ພັດທະນາ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່ "​ໄລຍະ​ທີ​ສອງ" ທີ່​ຍົກ​ຄຸ​ນນະ​ພາບ, ນິທານ​ໃນ​ໄລຍະ​ທີ​ສອງ​ຈະ​ມ່ວນ​ກວ່າ​ເກົ່າ. ທະ​ແນມ​ແຕ່​ພວກ​ເຮົາ​ປະຕິບັດ​ວຽກ​ງານ​ໄປ​ຕາມ​ເປົ້າ​ໝາຍ​ໄລຍະ​ຍາວ​ເປັນ​ຢ່າງ​ດີ, ​ແລະ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ປັດຈຸບັນ​ໃຫ້​ດີ, ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ປະຕິ​ຮູບ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ຍ່ອມ​ຈະ​ຊຸກຍູ້​ໃຫ້​ພາລະກິດ​ສ້າງສາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.