ເຈົ້າ​ໜ້າ​ທີ່ຕຳຫຼວດ​ຈີນ-ກຳປູ​ເຈຍ​ຮ່ວມ​ມື​ມ້າງ​ຄະດີ​ກຸ່ມອາ​ຊະ​ຍາ​ກຳຂ້າມ​ຊາດ​ຂະໜາດ​ໃຫຍ່​ທີ່​ສຸດທີ່​ໄດ້​ຫຼອກ​ລວງ​ດ້ານ​ໂທລະ​ຄົມມະນາຄົມ​

(GMT+08:00) 2013-09-13 11:15:39     cri
ເວລາ 14 ​ໂມງ​ຂອງ​ວັນ​ທີ 12 ກັນຍາ​ນີ້​ຕາມ​ເວລາ​ປັກ​ກິ່ງ, ຍົນ​ໂດຍສານຂອງ​ບໍລິ​ສັດ​ການບິນ​ພົນລະ​ເຮືອນ​ຈີນ​ລຳ​ໜຶ່ງ​ໄດ້ລົງ​ຈອດ​ຢູ່​ສະໜາມ​ບິນ​ສາກົນ​ທີ່​ນະຄອນຫຼວງ​ປັກ​ກິ່ງ, ຜູ້​ຕ້ອງ​ຫາ​ໃນ​ຄະດີ​ກະທຳ​ຜິດ​ຂອງ​ຈີນ 51 ຄົນ​ໄດ້​ຖືກ​ເຈົ້າ​ໜ້າ​ທີ່​ຕຳ​ຫວດ​ຈີນຄຸ້ມ​ຕົວ​ສົ່ງ​ກັບ​ຄືນ​ປະ​ເທດ​ຈາກ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ. ນີ້​ແມ່ນ​​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ-ກຳປູ​ເຈຍ​ຮ່ວມ​ມືມ້າງຄະດີ​ພວກ​ອາ​ຊະ​ຍາ​ກຳຂ້າມຊາດຂະໜາດໃຫຍ່ທີ່ສຸດກຸ່ມທີ 5 ທີ່​ດຳ​ເນີນ​ການ​ຫຼອງ​ລວງ​ທາງ​ດ້ານ​ໂທລະ​ຄົມມະ​ນາ​ຄົມ.