ຈີນ​ຈະນຳ​ໜ້າ​ສ້າງ​ສູນ​ເຕືອນໄພ​ຄື້ນຊຶນາ​ມິ​ຂອງ​ທະ​ເລ​ຈີນ​ໃຕ້

(GMT+08:00) 2013-09-13 11:16:21     cri
ວັນ​ທີ 12 ກັນຍາ​ນີ້, ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ກອງ​ປະຊຸມ​ຄັ້ງ​ທີ 25 ຂອງ​ໜ່ວຍ​ປະສານ​ງານ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ລະບົບ​ເຕືອນ​ໄພຄື້ນຊຶນາ​ມິ​ແລະ​ຫຼຸດຜ່ອນ​ໄພພິບັດ​ຢູ່ມະຫາ​ສະໝຸດ​ປາຊີ​ຟິກຂອງ​ຄະນະ​ກຳມະການ​ສະໝຸດ​ວິທະຍາ​ລະຫວ່າງ​ລັດຖະບານ​ຂອງ​ອົງກາ​ນການ​ສຶກສາ, ວິທະຍາສາດ​ແລະ​ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ​ຫຼື​ຢູ​ເນັສ​ໂກ​ໄດ້​ເຫັນ​ດີ​ໃຫ້​ສູນພະຍາກອນ​ສະພາບ​ແວດ​ລ້ອມ​ທາງ​ທະ​ເລ​ແຫ່ງ​ຊາດ​ຈີນ​ນຳ​ໜ້າ​ສ້າງ​ສູນ​ເຕືອນໄພຄື້ນຊຶນາ​ມິ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້​ຂອງ​ຄະນະ​ກຳມະການ​ສະ​ໝຸດວິທະຍາ​ລະຫວ່າງ​ລັດຖະບານ​ຂອງ​ອົງການ​ຢູ​ເນັສ​ໂກ, ຕັ້ງໜ້າ​ດຳ​ເນີນ​ການ​ສ້າງຄວາມ​ສາມາດດ້ານ​ການ​ສັງ​ເກດ​ແລະ​ເຕືອນ​​ໄພ​ຄື້ນຊຶນາ​ມິ​ແລະ​​ເວທີ​ຊົມ​ໃຊ້​ຂໍ້​ມູນ​ຂ່າວສານ​ຮ່ວມ​ກັນຂອງ​ເຂດ​ທະ​ເລ​ຈີນ​ໃຕ້, ​ເພື່ອ​ສ້າງ​ຄວາມ​ສາມາດ​ດ້ານ​ການ​ສັງ​ເກດ​ແລະ​ເຕືອນ​ໄພ​ຄື້ນຊຶນາ​ມິ​​ໃນເຂດ​ທະ​ເລ​ຈີນ​ໃຕ້​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ແນະນຳ​ໃຫ້​ຮູ້​ວ່າ, ​ເຂດ​ປະຕິບັດ​ໜ້າ​ທີ່​ເຕືອນ​​ໄພ​ຄື້ນຊຶນາ​ມິ​ຂອງ​ທະ​ເລ​ຈີນ​ໃຕ້​ຕົ້ນຕໍ​ລວມທັງ​ທະ​ເລ​ຈີນ​ໃຕ້, ທະ​ເລ​ຊູ​ລູ​ແລະ​ທະ​ເລ​ຊູ​ລາ​ເຫວີຍ​ຊີທີ່ຢູ່​ລຽບ​ແຄມ​ຝັ່ງ​ທະ​ເລ​​ເຫຼົ່ານີ້​ລວມມີ 9 ປະ​ເທດ.