ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງ​ຄະນະ​ຜູ້​ແທນ"ສະຫະພັນ​ສົນທະນາ​ທົ່ວ​ປະ​ເທດ"ຊີຣີ

(GMT+08:00) 2013-09-14 13:53:01     cri
ຕາມ​ຂ່າວCRI:ວັນ​ທີ 13 ກັນຍາ​ນີ້,ທ່ານ​ຫົງ​​ເຫຼີ​ຍ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ:ວັນ​ທີ 12 ກັນຍາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​​​ໄຈ​ຈູ້ນ,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງ​ຄະນະ​ຜູ້​ແທນ"ສະຫະພັນ​ສົນທະນາ​ທົ່ວ​ປະ​ເທດ"ຊີຣີ.​ໃນ​​​ເວລາ​ພົບ​ປະ,ທ່ານ​ໄຈ​ຈູ້​ນກ່າວ​ເນັ້ນ​ວ່າ:ການ​ແກ້​ໄຂ​ບັນຫາ​ດ້ວຍ​ວິທີ​ທາງ​ການ​ເມືອງ​ແມ່ນ​ຊ່ອງ​ທາງທີ່​ເປັນ​ໄປ​ໄດ້​ພຽງໜຶ່ງດຽວ​ໃນ​ການ​ແກ້​​ໄຂ​ບັນຫາ​ຊີຣີ,ຫວັງຢາກ​ໃຫ້"ສະຫະພັນ​ສົນທະນາ​ທົ່ວ​ປະ​ເທດ"​ເພີ່ມ​ທະວີ​ການ​ໄກ່​ເກ່ຍລະຫວ່າງ​ລັດຖະບານ​ຊີ​ຣີກັບ​ຝ່າຍ​ຕໍ່ຕ້ານ​ລັດຖະບານ,​ເພື່ອສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຊຸກຍູ້​ການ​ເລີ່​ມຕົ້ນ​ການ​ສົນທະນາ​ທາງ​ການ​ເມືອງ​ທີ່​ມີ​ລັກສະນະ​ກວມ​ລວມຢູ່​ຊີຣີ.

ທ່ານ​ຫົງ​ເຫຼີ​ຍຍັງ​ສະ​ເໜີ​ໃຫ້​ຮູ້​ອີກ​ວ່າ:​ໃນ​ການ​ພົບ​ປະ,ທ່ານ​ໄຈ​ຈູ້​ນກ່າວ​ຢ້ຳວ່າ:ຈີນ​ເຄົາລົບ​ຄວາມ​ປາຖະໜາ​ແລະ​ການຄັດ​ເລືອກ​ຂອງ​ປະຊາຊົນ​ຊີຣີ,ຄັດຄ້ານ​ການ​ນຳ​ໃຊ້​ອາວຸດ​ເຄມີ,ຄັດຄ້ານ​ຕ່າງປະ​ເທດ​​ເຂົ້າ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຊີຣີດ້ວຍ​ວິທີທາງ​ການ​ທະຫານ,ສະໜັບສະໜູນ​ແລະ​ຊົມ​ເຊີຍ​ຕໍ່​ຂໍ້​ລິ​ເລີ່​ມທີ່​ກ່ຽວຂ້ອງທີ່ຣັດ​ເຊຍ​ສະ​ເໜີ​ອອກ​ມາ​ໃນ​ຫວ່າງ​ມໍ່ໆ​ມານີ້.