ທ່ານ​ວາງ​ອີ້​ກ່າວ​ວ່າ:​ໃນ​ການ​ຢ້ຽມຢາມ​ອາຊີ​ກາງຂອງ​ທ່ານ​ຊີ​ຈິ້ນຜີ​ງ,ທ່ານ​ໄປ​ຮອດ​ບ່ອນ​ໃດ,ມິດຕະພາບ​ກໍ່​ຈະ​ມີ​ຢູ່​ບ່ອນ​ນັ້ນ

(GMT+08:00) 2013-09-14 15:50:36     cri
ຕາມ​ຂ່າວສານ​ຊີ​ນຮວາ:​ແຕ່​ວັນ​ທີ 3 ຫາ​ວັນ​ທີ 13 ກັນຍາ​ນີ້,ທ່ານ​ຊີ​ຈິ້ນ​ຜີ​ງ,ປະທານ​ປະ​ເທດ​ຈີນໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດ​ຕໍ່​ຕວກ​ເມ​ນີສະຖານ,ກາ​ຊັກ​ສະຖານ,ອຸສ​ເບ​ກີ​ສະຖານ​,​ກຽກກິດ​ສະຖານ​ແລະ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອົງການ​ຮ່ວມ​ມື​ຊຽງ​ໄຮທີ່​ຈັດ​ຂຶ້ນ​ຢູ່​ບິ​ສ​ເຄັກ,ນະຄອນຫຼວງ​ກຽກກິດສະຖານ.​ໃນ​ເວລາ​ທ່ານ​ວາງ​ອີ້,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແນະນຳ​ສະພາບກ່ຽວ​ກັບ​ການ​ຢ້ຽມຢາມ​ຄັ້ງ​ນີ້,ທ່ານ​ກ່າວ​ວ່າ:ການ​ຢ້ຽມຢາມ​ຄັ້ງນີ້​ມີ​ເນື້ອ​ໃນ​ອຸດົມສົມບູນ,ມີ​ເປົ້າ​ໝາຍ​ອັນ​ຈະ​ແຈ້ງ,ຕິດ​ແທດ​ຕົວ​ຈິງ​ແລະ​ມີ​ປະສິດທິ​ຜົນ​ສູງ,ມີ​ຈຸດ​ເດັ່ນຫຼາຍ​ສົມຄວນ. 4 ປະ​ເທດ​ທີ່​ທ່ານ​ຊີ​ຈິ້ນ​ຜີງ​ໄປ​ຢ້ຽມຢາມ​ນັ້ນ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ໃນລະດັບ​ສູງ​ຕໍ່​ການ​ຢ້ຽມຢາມ​ຂອງ​ທ່ານ​ຊີ​ຈິ້ນ​ຜີ​ງ​ໃນ​ຄັ້ງ​ນີ້,​ແລະ​ໄດ້​ຈັດ​ວາງ​ເປັນ​ພິ​ເສດ,​ໃຫ້​ກຽດ​ໃນ​ລະດັບ​ສູງ​ສຸດ.ທ່ານ​ຊີ​ຈິ້ນ​ຜີ​ງ​ໄປ​ຮອດ​ບ່ອນ​ໃດ,ມິດຕະພາບ​ກໍ່​ຈະ​ມີ​ຢູ່​ບ່ອນ​ນັ້ນ,ຜົນສຳ​ເລັດ​ການ​ຮ່ວມ​ມືກໍ່​ຈະ​ໄດ້​ຮັບ​ຢູ່​ບ່ອນ​ນັ້ນ,ສາຍຕາ​ຄວາມ​ສົນ​ໃຈຂອງ​ສື່​ມວນ​ຊົນ​ກໍ່​ຈະ​ສຸມ​ໃສ່​ຢູ່​ບ່ອນ​ນັ້ນ.

ທ່ານ​ວາງ​ອີ້​ຍັງ​ໄດ້​ແນະນຳ​ຜົນສຳ​ເລັດ​ໃນ 4 ດ້ານ​ທີ່​ໄດ້​ຮັບ​​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້,ຄື:​ໄດ້​ຜູກ​ມິດຕະພາບ​ທີ່​ສະໜິດ​ແໜ້ນ​ແລະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະດັບ​ສູງ​ລະຫວ່າງ​ປະມຸກ​ລັດ;​ໄດ້​ຍົກລະດັບ​ການ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທ​ດອາຊີ​ກາງ​ໃຫ້​ສູງ​ຂຶ້ນ​ຢ່າງຮອບດ້ານ;​ໄດ້​ສະ​ເໜີ​ໂຄງ​ຄວາມ​ຄຶດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ຮ່ວມ​ສ້າງ"​ເຂດ​ເສດຖະກິດ​ເສັ້ນທາງສາຍໄໝ";​ໄດ້​ຊຸກຍູ້​ອົງການ​ຮ່ວມ​ມື​ຊຽງ​ໄຮໃຫ້​ມີ​ການ​ພັດທະນາ​ຢ່າງ​ປອດ​ໃສ​ແລະ​ຕິດ​ແທດ​ຕົວ​ຈິງ.

ທ່ານ​ວາງ​ອີ້​ຍັງ​ກ່າວ​ວ່າ:ທ່ານ​ຊີ​ຈິ້ນ​ຜີ​ງ​ໄປ​ຢ້ຽມຢາມ 4 ປະ​ເທດ​ອາຊີ​ກາງ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸ​ດຍອດ​ອົງການ​ຮ່ວມ​ມື​ຊຽງ​ໄຮ,​​ໄດ້​ເປີດ​ອະນາຄົດ​ອັນ​ໃໝ່​ແຫ່ງ​ການ​ຮ່ວມ​ມືດ້ວຍ​ໄມຕີ​ຈິດ​ມິດຕະພາບຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ໃນ​ພາກ​ພື້ນ,​ໄດ້​ເປີດ​ໜ້າ​ໃໝ່​ແຫ່ງ​ການ​ແລກປ່ຽນ​ແລະ​ຖອດ​ຖອນ​ບົດຮຽນ​ນຳ​ກັນ​ລະຫວ່າງ​ອະລິຍະ​ທຳ​ທີ່​ຕ່າງ​ກັນ,​ໄດ້​ເປີດ​ສັງ​ກາດ​ໃໝ່​ແຫ່ງ​ການ​ພັດທະນາ​ພ້ອມ​ກັນ​ຢູ່​ຕາມ​ເສັ້ນທາງ​ສາຍໄໝ.ນີ້​ມີ​ຄວາມ​ໝາຍ​ອັນ​ສຳຄັນ​ແລະ​ມີ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງຍາວ​ໄກ​ຕໍ່​ຈີນ​​ໃນ​ການ​ເລັ່ງລັດ​ບາດກ້າວ​ເປີດ​ປະຕູ​ສູ່​ທິດຕາ​ເວັນ​ຕົກ,ສ້າງສະພາບແວດ​ລ້ອມ​ອ້ອມ​ຂ້າງອັນ​ດີງາມ,​ແລະ​ປົກ​ປັກ​ຮັກສາ​ແລະ​ຂະຫຍາຍກາລະ​ໂອກາດ​ຍຸດ​ທະ​ສາດ​ທີ່​ສຳຄັນ.ຈີນ​ຈະ​ເລັ່ງລັດ​ຜັນ​ຂະຫຍາຍ​ຜົນສຳ​ເລັດຕ່າງໆ​ທີ່​ໄດ້​ຮັບ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້,ຍຶດໝັ້ນ​ປະຕິບັດ​ຕາມ​ທິດ​ທາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ຖືກຕ້ອງ​ປອງ​ດອງ​ກັນກັບປະ​ເທດ​​ໃກ້​ຄຽງ,ສ້າງ​ຄວາມ​ສະຫງົບ​ແລະ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ໃກ້​ຄຽງ,ຍຶດໝັ້ນ​ຍຸດ​ທະ​ສາດ​ເປີດ​ປະຕູ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ພັດທະນາ​ພ້ອມ​ກັນ,ຊຸກຍູ້​ວຽກ​ງານ​ການ​ຕ່າງປະ​ເທດທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນທີ່​ເປັນ​ປະ​ເທດ​ໃຫຍ່​ຢ່າງ​ໜັກ​ແໜ້ນ,​ໃຫ້ການບໍລິການ ​​​ແກ້ສອງເປົ້າ​ໝາຍຮ້ອຍ​ປີຂອງ​ຈີນ​ຄື:​​ເມື່ອ​ຮອດ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 100 ປີ,ສ້າງ​ສັງຄົມ​ທີ່​ອິ່ມໜຳສຳລານ​​ໃຫ້​ສຳ​ເລັດ​ຢ່າງຮອບດ້ານ;​ເມື່ອ​ຮອດ​ວັນ​ສະຖາປະນາ​ສາທາ​ລະ​ລັດ​ປະຊາຊົນ​ຈີນ​ຄົບຮອບ 100 ປີ,ສ້າງ​ປະ​ເທດ​ຊາດ​ໃຫ້​ກາຍ​ເປັນ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ທັນ​ສະ​ໄໝ ​ເຂັ້ມ​ແຂງ ປະຊາທິປະ​ໄຕ ມີອະລິຍະ​ທຳ​ແລະ​ກົມກຽວ​ກັນ,​ແລະ​ປະກອບສ່ວນທີ່​ໃຫຍ່​ກວ່າ​ເກົ່າ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ​ແລະ​ຊຸກຍູ້​ການ​ພັດທະນາ​ພ້ອມ​ກັນ.