ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຍີ່​ປຸ່ນບໍ່​ຄວນ​ສ້າງ​ຂໍ້​ອ້າ​ງ​ເພື່ອ​ເພີ່ມກຳລັງ​ຮົບ

(GMT+08:00) 2013-09-14 14:09:01     cri
ຕາມ​ຂ່າວສານ​ຈີນ: ວັນ​ທີ 13 ກັນຍາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວປະຈຳ, ​​ໃນ​ກອງ​ປະຊຸມ, ມີ​ນັກ​ຂ່າວ​ຖາມ​ວ່າ, ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ຊິນ​ໂຈ ອາ​ເບະ, ນາຍົກລັດຖະມົນຕີ​ຍີ​ປຸ່ນກ່າວ​ວ່າ, ​ເພື່ອ​ສະ​ແຫວ​ງຫາ​ຖານະ​ບົດບາດ​ສາກົນ​ຂອງ​ຍີ່ປຸ່ນທີ່​ສອດຄ່ອງ​ກັບ​ສະຖານະ​ການ​ສາກົນ​ໃນ​ສະຕະວັດ​ທີ 21, ຄວນ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ປະຕິບັດ​ສິດ​ປ້ອງ​ກັນ​ຕົວ​ຮວມໝູ່. ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ຮົງ​ເຫຼີຍ, ​ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຍ້ອນສາເຫດປະຫວັດສາດ, ທິດ​ທາງ​ພັດທະນາ​ໃນ​ດ້ານ​ຄວາມ​ປອດ​ໄພ​ທາງ​ການ​ເມືອງ​ຂອງ​ຍີ່​ປຸ່ນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ໃນ​ລະດັບ​ສູງ​ຈາກ​ປະ​ເທດໃກ້ຄຽງຢູ່ອາຊີມາ​ໂດຍ​ຕະຫຼອດ. ພວກເຮົາຫວັງຢາກໃຫ້ຍີ່ປຸ່ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ, ຖື​ປະຫວັດສາດ​ເປັນ​ແວ່ງ​ແຍງ, ​ເຄົາລົບ​ຄວາມ​ສົນ​ໃຈ​ຂອງ​ປະ​ເທດ​ຢູ່​ພາກ​ພື້ນ​ນີ້, ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ນີ້​ໃຫ້ຫຼາຍກວ່າ​ເກົ່າ. ບໍ່​ຄວນປັ້ນ​ແຕ່ງຄວາມ​ເຄັ່ງ​ຕຶງ, ສ້າງ​ຂໍ້ອ້າງ​ເພື່ອ​ເພີ່ມ​ທະວີ​ກຳລັງ​ຮົບ​ແລະ​ສັບ​ຊ້ອນ​ນະ​ໂຍບາຍ​ການ​ທະຫານ.