ງານ​ວາງ​ສະ​ແດງຮູບ​ອັງ​ກໍ​ວັດ​ທີ່​ເປັນມໍລະດົກ​ວັດທະນະທຳ​ໂລກຂອງ​ກຳປູ​ເຈຍ​ຈັດ​ຂຶ້ນ​ຢູ່​ພະ​ລາຊະ​ວັງ​ລະດູຮ້ອນ​ປັກ​ກິ່ງ

(GMT+08:00) 2013-09-15 14:02:11     cri

​ເພື່ອ​ສະ​ເຫຼີມສະຫຼອງຈີນ​ກັບ​ກຳປູ​ເຈຍ​ສ້າງສາ​ຍພົວພັນ​ທາງ​ການ​ທູດຄົບຮອບ 55 ປີ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ, ວັນ​ທີ 14 ກັນຍາ​ນີ້, "ງານ​ວາງ​ສະ​ແດງຮູບອັງ​ກໍ​ວັດທີ່​ເປັນ​ມໍລະດົກ​ວັດທະນະທຳ​ໂລກຂອງ​ກຳປູ​ເຈຍ​" ທີ່ສະມາຄົມ​ມິດຕະພາບ​ຕໍ່ຕ່າງປະ​ເທດ​ປະຊາຊົນ​ນະຄອນຫຼວງປັກ​ກິ່ງ, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​, ພະ​ລາຊະ​ວັງ​ລະດູຮ້ອນ​ແລະ​ກົມ​ຄຸ້ມ​ຄອງ​ອັງ​ໂກ​ວັດ​ກຳປູ​ເຈຍ​ຮ່ວມ​ກັນຈັດນັ້ນ ​ໄດ້​ເປີດ​ສາກຢູ່​ພະ​ລາຊະ​ວັງ​ລະດູຮ້ອນ​​ປັກ​ກິ່ງ.


ທ່ານ​ເຟີ​ງ​ໂຈ​ຄູ້, ຮອງ​ປະທານ​ສະມາຄົມ​ມິດຕະພາບຕໍ່​ຕ່າງປະ​ເທດ​ປະຊາຊົນ​ຈີນ, ທ່ານ​ຈ້າ​ວ​ເຈ່ຍ​ຊີ, ປະທານ​ສະມາຄົມ​ມິດຕະພາບ​ຕໍ່​ຕ່າງປະ​ເທດປະຊາຊົນ​ນະຄອນຫຼວງປັກ​ກິ່ງ, ທ່ານ​ນຸນ ຊີ​ວົນ, ທີ່​ປຶກສາ​ທີ່​ມີ​ລະດັບ​ຕຳ​ແໜ່ງອຸປະ​ທູດຂອງ​ສະຖານທູດ​ກຳປູ​ເຈຍ​ປະຈຳ​ຈີນ, ທ່ານບັນ ນາຣິສ, ຫົວໜ້າ​ກົມ​ຄຸ້ມ​ຄອງ​ອັງ​ໂກ​ວັດ​ກຳປູ​ເຈຍ​​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ງານ​ຕາມ​ຄຳ​ເຊີນ, ນັກ​ຂ່າວ​ສື່​ມວນ​ຊົນ​ຫຼາຍ​ແຫ່ງ​ຂອງ​ຈີນ, ຜູ້​ມັກ​ຖ່າຍຮູບ, ຜູ້​ຊົມ​ໃນ​ພະ​ລາຊະ​ວັງ​ລະດູຮ້ອນ​​ໄດ້​ເຂົ້າ​ຮ່ວມ​ພິທີ​​ໄຂ​ງານ.


ງານ​ວາງສະ​ແດງ​ເທື່ອ​ນີ້​ຈັດ​ຢູ່​ແຄມ​ຝັ່ງ​ຕາ​ເວັນ​ອອກ​ຂອງໜອງຄຸ່ນມິງ ພະ​ລາຊະ​ວັງ​ລະດູຮ້ອນ​, ຈະ​ເປີດຮອດ​ວັນ​ທີ 14 ຕຸລາ​ປີນີ້. ລວມທັງໝົດ​ແລ້ວ​ໄດ້​ວາງສະ​ແດງຮູບ​ຂອງ​ປູຊະນີຍະ​ສະຖານ 19 ​ແຫ່ງ​ຂອງ​ອັງ​ໂກ​ວັດແຂວງຊຽມຮຽບກຳປູ​ເຈຍທີ່​ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະທຳ​ໂລກ, ລວມທັງອັງ​ໂກ​ວັດ, ວັດ​ບັນ​ເທຍສ໌​ຣີ, ວັດ​ປຼົມ, ວັດ​ຕາ​ແກ້ວ​ທີ່​ໜ່ວຍ​ວິສະວະກອນ​ຈີນຮັບຜິດຊອບ​ການປະຕິສັງຂອນ​​ແລະ​ວັດ​ຈາວ​ເຊີຍ​ເທວະ​ດາ​ແລະ​ໂທມ​ມັນ​ນົນ​ເປັນ​ຕົ້ນ. ຂ່າວ​ແຈ້ງວ່າ, ​ໃນ​ຖານະ​ເປັນ​ໂຄງການ​ແລກປ່ຽນ "ປີ​ມິດຕະພາບ​ຈີນ​ກຳປູ​ເຈຍ", ​ເດືອນ​ທັນ​ວາປີ​ນີ້, ພະ​ລາຊະ​ວັງ​ລະດູຮ້ອນ​​ກໍ່ຈະ​ຈັດ​ກິດຈະກຳ​ໂຄສະນາ​ດ້ວຍຮູບ​ຢູ່ວັດ​ບັນ​ເທຍສ໌​ຣີຂອງ​ອັງ​ໂກວັດ​ກຳປູ​ເຈຍ.