ທ່ານສີ​ຈິ້ນ​ຜີ​ງສົ່ງ​ຈົດໝາຍ​ອວຍພອນ​​ເຖິງງານ​ວາງສະ​ແດງ​ສິນຄ້າ​ຈີນ-ປະ​ເທດ​ອາຣັບ 2013

(GMT+08:00) 2013-09-16 10:41:18     cri
ວັນ​ທີ 15 ກັນຍາ​ນີ້, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ປະ​ເທດ​ອາຣັບ​ 2013 ​ໄຂ​ຂຶ້ນ​ຢູ່​ນະຄອນ​ອິນຊ່ວນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ນິງ​ເຊ້ຍຂອງ​ຈີນ. ທ່ານ​ສີ​ຈິ້ນ​ຜີ​ງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ຈົດໝາຍ​ອວຍ​ພອຍກ່າວ​ເນັ້ນ​ວ່າ, ບົນ​ພື້ນຖານ​ເຄົາລົບ​ນັບຖື​ເຊິ່ງກັນ​ແລະ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຈີນ​ຍິນ​ດີດຳ​ເນີນ​ການ​ຮ່ວມ​ມື​​ແບບໄມຕີ​ຈິດ​​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ລວມທັງ​ປະ​ເທດ​ອາລັບ​​ໃນ​ຂົງ​ເຂດ​ຕ່າງໆ, ປະກອບສ່ວນ​ອັນ​ຕັ້ງໜ້າ​​ເຂົ້າ​ໃນ​ການສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ຈີນ​ແລະ​ປະ​ເທດ​ອາຣັບ​​ແລະ​ຊຸກຍູ້​ຄວາມ​ຈະ​ເລີ​ນຮຸ່ນ​ເຮືອງ​ແລະ​ການ​ພັດທະນາ​ຂອງ​ໂລກ​ໃຫ້​ດີກ​ວ່າ​ເກົ່າ.

ງານ​ວາງສະ​ແດງ​ເທື່ອ​ນີ້​ແມ່ນ​ກະຊວງ​ການ​ຄ້າ​ຈີນ, ຄະນະກຳມະການສົ່ງ​ເສີມ​ການ​ຄ້າ​ສາກົນຈີນ​ແລະ​ອົງການ​ປົກຄອງ​ເຂດ​ນິງ​ເຊ້ຍຮ່ວມ​ກັນ​ຈັດ​ຂຶ້ນ. ​ໂດຍ​ມີ​ເຈົ້າ​ໜ້າ​ທີ່, ຜູ້​ຕາງໜ້າ​ແລະ​ນັກທຸລະກິດ 7300 ກວ່າ​ຄົນ​ທີ່​ມາ​ຈາກ 67 ປະ​ເທດ​ເຊັ່ນ,ບາ​ເຣນ, ຊອກ​ດາ​ນີ, ຄູ​ເວັດ, ມາ​ເລ​ເຊຍ, ​ໂອ​ມານ, ສະຫະລັດ​ອາຣັບ​ເອ​ມີ​ເຣດ​ເປັນ​ຕົ້ນແລະບັນດາ​ແຂວງ, ​ເຂດ​ປົກຄອງ​ຕົນ​ເອງ, ກຳ​ແພງ​ນະ​ຄອນ​ແລະ​ເຂດ​ພິ​ເສດ​ຮົງ​ກົງ​ຂອງ​ຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ວາ​ງສະ​ແດງ​ເທື່ອ​ນີ້. ງານ​ວາງສະ​ແດງ​ສິນຄ້າ​ເທື່ອ​ນີ້​ຈະ​ຈັດຂຶ້ນ​ເປັນ​ເວລາ 5 ວັນ​, ​ແລະ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 19 ກັນຍາ​ນີ້.