ກອງທັບ​ຟີ​ລິບ​ປິນ​ສາ​ມາດ​ຍຶດ​ເຂດ​ສ່ວນ​ໃຫຍ່​ຂອງ​ນະ​ຄອນ​ຈາມ​ໂບນ​ກາ​ຄືນ​ມາໄດ້

(GMT+08:00) 2013-09-16 15:31:00     cri
ວັນ​ທີ 15 ກັນຍາ​ນີ້, ກອງທັບ​ຟີ​ລິບ​ປິນຍຶດ​ໄດ້​ເຂດ​ສ່ວນ​ໃຫຍ່​ຂອງ​ນະຄອນ​ຈາມ​​ໂບນ​ກາ ທາງ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນທີ່​ຖືກ​ກຸ່ມ​ປະກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ຍຶດ​ຄອງ​ນັ້ນ​ມາ​ໄດ້​, ​ໂດຍ​ ​ໄດ້​ຍິງ​ສັງຫານ​ແລະຈັບ​ຕົວ​ຜູ້​ປະກອບ​ອາວຸດ​ຂອງ​ກຸ່ມ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດ​ຖະບານ​ເກືອບ 100 ຄົນ, ​ແຕ່​ມີ​ຜູ້ປະກອບ​ອາວຸດ​ຈຳນວນ​ໜຶ່ງ​ໄດ້​ຫຼົບໜີ​​ໄປ​ໄດ້ດ້ວຍ​ການ​ແຕ່ງ​ຕົວ​ປອມເປັນ​ປະຊາຊົນ​ທຳ​ມະ​ດາ. ຫຼາຍ​ຝ່າຍ​ເຫັນ​ວ່າ: ວິກິດ​ການ​ຢູ່​ນະຄອນ​ຈາມ​​ໂບນກາ​ໃນ​ອາທິດ​ຜ່ານ​ມາ​ຈະ​ສ້າງ​ຜົນ​ເສຍ​ຫາຍ​ທາງ​ດ້ານ​ເສດຖະກິດ​ຢ່າງ​ຫຼວງ​ຫຼາຍ.

ທ່ານຣາມອນ ຈາ​ກາ​ລາ ​ໂຄສົກ​ກອງທັບ​ຟີ​ລິບ​ປິນກ່າວ​ວ່າ: ກອງທັບ​ບົກ​ແລະ​ກອງຕຳຫຼວດ​ພິ​ເສດ​ຂອງ​ຟີ​ລິບ​ປິນຍຶດ​ເອົາຈຸດ​ທີ່ຕັ້ງຂອງແນວ​ໂຮມ​ປົດ​ປ່ອຍ​ຊາດ​ໂມ​ໂຣຄືນມາ​ໄດ້​,​ເຈົ້າ​ໜ້າ​ທີ່​ທະຫານ​ແລະ​ຕຳຫຼວດ​ກຳລັງ​ເຄື່ອນ​ທັບ​ເຂົ້າ​ໃກ້​ເຂດ​ແຄມຝັ່ງຂອງ​ນະຄອນ​ຈາມ​ໂບນ​ກາ​ທຸກ​ຂະ​ນະ, ປະຈຸ​ບັນ, ​ເຫຼືອພຽງ​ເຂດ​ແຄມ​ຝັ່ງ​ທະ​ເລ​ສອງ​ແຫ່ງ​ເທົ່າ​ນັ້ນ​ທີ່​ຍັງ​ບໍ່ສາມາດ​ຍຶດຄືນ​ໄດ້​ເທື່ອ.