ຫາງ​ສຽງ​ປະ​ເທດອາຊີ​ຕາ​ເວັນ​ອອກສຽງ​ໃຕ້​​ໄດ້​ຕີ​ລາຄາສູງ​ຕໍ່​ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມ 4 ປະ​ເທດ​ອາຊີ​ກາງຂອງ​ທ່ານ​ສີ​ຈິ້ນ​ຜິ​ງ

(GMT+08:00) 2013-09-16 16:57:23     cri
ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ສຳ​ເລັດ​ການ​ຢ້ຽມຢາມ​ຕວກ​ເມນີສະຖານ, ກາ​ຊັກ​ສະຖານ, ອຸສ​ເບ​ກີ​ສະຖານ​ແລະ​ກຽກກິດ​ສະຖານ​ທາງ​ລັດຖະກິດ, ນັກວິຊາການ​ແລະ​ສື່​​ມວນ​ຊົນ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ຢ້ຽມຢາມ​ປະ​ເທດອາຊີ​ກາງຂອງ​ທ່ານ​ຄັ້ງ​ນີ້.

ທ່ານ​ຊາງ ວາ​ນາຣິສ, ຄະນະ​ມົນຕີບໍລິຫານ​ງານຂອງ​ສະ​ຖາ​ບັນຄົ້ນຄວ້າ​ສັນຕິພາບ​ແລະ​ການ​ຮ່ວມ​ມື​​ກຳປູ​ເຈຍ​ກ່າວ​ວ່າ, ປະ​ເທດຈີນ​ແມ່ນຂົວ​ຕໍ່ລະຫວ່າງ​ອາຊີ​ຕາ​ເວັນ​ອອກ​ແລະ​ອາຊີ​ກາງ, ທ່ານ​ສີ​ຈິ້ນ​ຜິ​ງ,ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ອາຊີ​ກາງ​ຄັ້ງ​ນີ້​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ລະຫວ່າງ​ອາຊີ​ຕາ​ເວັນ​ອອກ​-ອາຊີ​ກາງ. ທ່ານ​ກ່າວ​ວ່າ, ​ໃນ 10 ປີຜ່ານມາ, ​ເຂດ​ອາຊີ​ກາງ​ໄດ້​ມີ​ການ​ພັດທະນາ​ຢ່າງ​​ພົ້ນ​ເດັ່ນ, ພາຍ​ໃຕ້​ການ​ສະໜັບສະໜູນ​ດ້ານ​ສິນຄ້າ​ແລະ​ການ​ບໍລິການ​ຂອງ​ຈີນ, ຕະຫຼາດ​ຂອງ​​ເຂດ​ອາຊີ​ກາງ​ພວມ​ຂະຫຍາຍຕົວ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ລາຍ​ງານ​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນຄັ້ງ​ນີ້​ໄດ້​ເປັນ​ການຮັດ​ແໜ້ນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ-​ເຂດ​ອາຊາ​ກາງ​ຕື່ມ​ອີກ, ​ໄດ້ຍົກ​ລະດັບ​ຄວາມ​​ໄວ້​ເນື້ອ​ເຊື່ອ​​ໃຈ​ເຊິ່ງກັນ​ແລະ​ກັນ​​ທາງ​ການ​ເມືອງ, ຊຸກຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດທາງ​ເສດຖະກິດ​ລະຫວ່ງຈີນ-ບັນດາ​ປະ​ເທດ​ອາຊີ​ກາງ, ​ໄດ້​ສ້າງ " 10 ປີ​ຄຳ"​ໃນ​ການ​ພົວພັນ​ລະຫວ່າງ​ຈີນ-ອາຊີ​ກາງ. ການ​ຢ້ຽມຢາມ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​​ໃນຄັ້ງ​ນີ້​ຍ່ອມ​ຈະ​ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ບັນດາ​ປະ​ເທດ​ອາຊີ​ກາງ​ໃຫ້​ດີ​ຂຶ້ນ, ສືບ​ຕໍ່​​ເດັດດ່ຽວ​ສະໜັບສະໜູນ​ກັນ​ໃນ​ບັນຫາ​ຜົນ​ປະ​ໂຫຍ​ດ​ໃຈກາງ, ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ.