ທ່ານ​ຮຸນ​ແຊນ​ເຈລະຈາ​ກັບ​ທ່ານ​ສຳ​ລັງ​ສີ​ອີກ​ຮອບ​ໃໝ່  ການ​ເຄື່ອນ​ໄຫວ​ປະ​ທ້ວງ​ທີ່​ນະຄອນ​ຫຼວງ​ພະ​ນົມ​ເປັນ​ສືບຕໍ່​ດຳ​ເນີນ​ຢູ່

(GMT+08:00) 2013-09-16 16:58:41     cri
ນັບ​ແຕ່​​ໄດ້ຈັດການ​ເຈລະຈາ​ຄັ້ງ​ທຳ​ອິດ​​ໃນ​ວັນ​ທີ 14 ກັນຍາ​ນີ້​​ເປັນ​ຕົ້ນ​ມາ, ວັນ​ທີ 16 ກັນຍາ​ນີ້, ທ່ານ​ຮຸນ​​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ​ກັບ​ທ່ານ​ສຳ​ລັງສີ, ຜູ້ນຳ​ຝ່າຍຄ້ານ​ຂອງກຳປູ​ເຈຍ​​ໄດ້​ເຈລະຈາ​ກັນອີກຮອບ​ໃໝ່ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ, ນັກວິຊາການພັກ​ກູ້​ຊາດ​ກຳປູ​ເຈຍ​ກ່າວ​ວ່າ, ​ການ​ເຈລະຈາ​ລະຫວ່າງ​ທ່ານ​ຮຸນ​ແຊນ​ກັບ​ທ່ານ​ສຳ​ລັງສີຄວນ​ແມ່ນຕົ້ນ​ຕໍ​ສຸມ​ໃສ່ການ​ແບ່ງປັນ​ທີ່​ນັ່ງ​​ໃນສະພາ​ແຫ່ງ​ຊາດ, ກໍ່​ຄື​ບັນຫາ​ຍາດ​ແຍ່ງ​ສິດອຳນາດ​ການ​ນຳພາຍ​ໃນ​ສະພາ​ແຫ່ງ​ຊາດ. ​ໃນ​ຂະນະ​ດຽວ​ກັນ, ການ​ເຄື່ອນ​ໄຫວ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍກໍ່​ຍັງດຳ​ເນີນ​ຢູ່, ​ແລະ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບຫຼາຍ​ຄົນ.

ອີງ​ຕາມ​ແຜນການ​ທີ່​ພັກ​ກູ້​ຊາດ​ກຳປູ​ເຈຍ​ປະກາດ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຈະ​ຈັດການ​ເຄື່ອນ​ໄຫວປະ​ທ້ວງ​ຂະ​ໜາດ​ໃຫຍ່​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ແຕ່​ວັນ​ທີ 15 ຫາວັນ​ທີ 17 ກັນຍາ​ນີ້, ​ເພື່ອສືບ​ຕໍ່​ປະ​ທ້ວງຕໍ່​ຜົນ​​ການ​ເລືອກ​ຕັ້ງ​ທົ່ວ​​ໄປ.