ຈີນ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງຈົ່ງ​ແກ້​ໄຂ​ບັນຫາ​ຊີຣີພາຍ​​ໃຕ້​ຂອບ​ອົງການ​ສະຫະ​ປະຊາ​ຊາດ

(GMT+08:00) 2013-09-17 14:47:16     cri
ຕາມ​ຂ່າວCRI: ວັນ​ທີ 16 ກັນຍາ​ນີ້​​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ຫົງ​ເລີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຂະ​ບວນການທາງ​ການ​ເມືອງ​ແລະ​ວຽກ​ງານ​ທຳລາຍ​ອາວຸດ​ເຄມີ​ຄວນ​ດຳ​ເນີນ​ໄປ​ພ້ອມ​ກັນ, ​ເພື່ອ​​ແກ້​ໄຂ​ບັນຫາ​ຊີຣີຢ່າງ​ເໝາະ​ສົມ​ພາຍ​​ໃຕ້ຂອບ​ອົງການ​ສະຫະ​ປະຊາ​ຊາດ.

ທ່ານ​ຫົງ​ເລີຍ​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ອາ​ເມລິ​ກາ​ແລະຣັດ​ເຊຍທີ່​ໄດ້​ເຊັນ​ສັນຍາ​ຂອບ​ກ່ຽວ​ກັບ​ບັນຫາ​ອາວຸ​ເຄມີ​ຂອງຊີຣີ, ​ແລະ​ຫວັງ​ວ່າ​ສັນຍາ​ດັ່ງກ່າວ​ຈະ​ສາມາດ​ໄດ້​ຮັບ​ການ​ປະຕິບັດ​ຕົວ​ຈິງ. ຈີນ​ຍັງ​ຮຽກຮ້ອງ​ໃຫ້ບັນລຸ​ການ​ຢຸດ​ຍິງ​​ແລະ​ຍຸດ​ໃຊ້​ກຳລັງ​ຮຸນ​ແຮງ​ພາຍ​ໃນ​ດິນ​ແດນ​ຊີຣີ​ໃນ​ທັນທີ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ໃຫ້​ແກ່​ການ​ທຳລາຍ​ອາວຸດ​ເຄມີ​ແລະ​ຈັດ​ກອງ​ປະຊຸມ​ສາກົນ​ເຊີ​ແນວ​ຄັ້ງ​ທີ​ສອງ​ໂດຍ​ໄວ.