ຜູ້​ຊ່ອຍລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ທີ່​ຮັບຜິດຊອບ​ວຽກ​ງານ​ອາຊີປາຊີ​ຟິກ ​ເຈລະຈາ​ກັບ​ຈີນ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ​ໃນ​ໄລຍະ​ຢ້ຽມຢາມ​ຈີນ

(GMT+08:00) 2013-09-17 14:48:11     cri
ຕາມ​ຂ່າວCRI: ວັນ​ທີ 16 ກັນຍາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫົງ​ເລີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ທ່ານ​ດາ​ເນຍ ຣະ​ເຊີ, ຜູ້​ຊ່ອຍລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ທີ່ຮັບຜິດຊອບ​ວຽກ​ງານ​ອາຊີປາຊີ​ຟິກໄດ້​ຢ້ຽມຢາມ​ຈີນ​ແຕ່​ວັນ​ທີ 13 ຫາ​ວັນ​ທີ 14 ກັນຍາ​ນີ້. ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ທ່ານ​ຈ່າງ​ເຢ້ຍຊຸຍ, ແລະ​ທ່ານ​ຫຼິວ​ເຈີ້ນມິນລັ,ດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນໄດ້​ເຈລະຈາ​ກັບ​ທ່ານຣາ​ເຊີ.

ທ່ານ​ຫົງ​ເລີຍ​ເປີດ​ເຜີຍ​ວ່າ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ສືບ​ຕໍ່​ຈັດ​ຕັ້ງປະຕິບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຂອງ​ປະ​ມຸກ​ລັດ​ຈີນ​ອາ​ເມ​ລິ​ກາ, ຊຸກຍູ້​ການ​ສ້າງ​ສາການ​ພົວພັນ​ປະ​ເທດ​ໃຫຍ່​ແບບ​ໃໝ່​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ​​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນຂົງ​ເຂດ​ສອງ​ຝ່າຍ​ແລະ​ໃນ​ບັນຫາ​ສຳຄັນຂອງ​ສາກົນ​ແລະ​ພາກ​ພື້ນ. ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍຂອງ​ແຫຼມ​ເກົາຫຼີ, ຈີນ​ກ່າວ​ເນັ້ນ​ວ່າ, ຊຸກຍູ້​ໃຫ້​ແຫຼມ​ເກົາຫຼີ​ປອດ​ອາວຸດ​ນີວ​ເຄຼຍ, ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​​ຂອງ​ສອງ​ປະ​ເທດຈີນ​ອາ​ເມ​ລິ​ກາ, ຫວັງ​​ວ່າ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈະທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ, ​​​ເພື່ອ​ຈັດ​ການ​ເຈລະຈາ 6 ຝ່າຍ​ຄືນ​ໃໝ່​ໂດຍ​ໄວ.