ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຄັ້ງ​ທີ6​ຈະ​ຜັນ​ຂະ​ຫຍາ​ຍຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້​ແບບ​ຄ່ອຍ​ເປັນ​ຄ່ອຍ​​ໄປ​ແລະ​ປຶກສາ​ຫາລື​ເປັນ​ເອກະສັນ​ກັນ

(GMT+08:00) 2013-09-17 11:31:31     cri
ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ກັນຍາ​ນີ້​ວ່າ: "ຄ່ອຍ​ເປັນ​ຄ່ອຍ​ໄປ, ປຶກສາ​ຫາລືບັນລຸ​ຄວາມ​ເຫັນ​​ເປັນ​ເອກ​ກະສັນ​ກັນ"​ແມ່ນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກ​ກະສັນກັນ​ທີ່​ຝ່າຍ​ຕ່າງໆຕົກລົງ​ຮ່ວມ​ກັນ​ໃນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຄັ້ງ​ທີ6​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາ​ຍຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້.

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຄັ້ງ​ທີ 6 ​ແລະ​ກອງ​ປະຊຸມ​ໜ່ວຍ​ງານ​ປະສົມ​ຄັ້ງ​ທີ 9 ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 14ຫາ​ວັນ​ທີ 15 ກັນຍາ​ນີ້​ຢູ່​ນະຄອນ​ຊູ​ໂຈ່​ວ​ແຂວງ​ຈ່ຽງຊູ​ຂອງ​ຈີນ. ທ່າມກາງບັນຍາກາດທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ແລະ​ກົງ​ໄປກົງ​ມາ, ຝ່າຍ​ຕ່າງໆໄດ້ລົງເລິກແລກປ່ຽນຄວາມ​ເຫັນ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້​ຢ່າງ​ຮອບດ້ານ​ແລະມີ​ປະສິດທິ​ຜົນ​ຕື່ມ​ອີກ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕົວ​ຈິງ​ທາງ​ທະ​ເລ, ​ແລະຝ່າຍ​ຕ່າງໆ​ຍັງ​ໄດ້​ປຶ​ກສາ​ຫາລື​ກັນ​ກ່ຽວ​ກັບ​ຫຼັກການປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້​ພາຍ​ໃຕ້​ຂອບ​ການຈັດ​ຕັ້ງ​ປະຕິບັດ​ຖະ​ແຫຼ​ງການ​ດັ່ງກ່າວ.

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ຝ່າຍ​ຕ່າງໆ​ລ້ວນ​ແຕ່​ເຫັນ​ດີ​ໃນ​ການ​ປະຕິບັດ​ຕາມ​ແລວ​ຄວາມ​ຄິດ​ແຫ່ງ​ການ​ປຶກສາ​ຫາລື​​ແບບ"ຄ່ອຍ​ເປັນ​ຄ່ອຍ​ໄປ, ປຶກສາ​ຫາລືບັນລຸ​ຄວາມ​ເຫັນ​​ເປັນ​ເອກ​ກະສັນ​ກັນ"​, ​ໂດຍ​ເລີ່​ມຕົ້ນ​ຈາກ​ການ​ຄົ້ນຄວ້າຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ, ​ເປີດ​ກວ້າງ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ແລະ​ຫຼຸດຜ່ອນ​ຄວາມ​ເຫັນ​ທີ່ບໍ່​ກົງກັນ​​ໃຫ້​ໜ້ອຍ​ລົງ​ເທື່ອ​ລະ​ກ້າວ, ​ໃນ​ຂະ​ບວນການຈັດ​ຕັ້ງ​ປະຕິບັດ​ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້​ຢ່າງ​ຮອບດ້ານ​ແລະມີ​ປະສິດທິ​ຜົນ​ນັ້ນ,ສືບ​ຕໍ່​ຊຸກຍູ້​ຂະ​ບວນການ​ສ້າງ​ຫຼັກການ​ປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້​ຢ່າງ​ໜັກ​ແໜ້ນ.