ຊ່ຽວຊານ​ເຫັນ​ວ່າ​ອິນ​ໂດ​ເນ​ເຊຍ​ຄວນ​ພິຈາລະນາ​ເຖິງ​ຜົນ​ສະທ້ອນ​ທາງ​ລົບ​ຂອງ​ອຸດສາຫະກຳ​ລົດຈັກ

(GMT+08:00) 2013-09-17 11:37:26     cri
ຊຸມ​ປີ​ມໍ່ໆ​ມາ​ນີ້, ອຸດສາຫະກຳ​ລົດຈັກ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ. ຕາມ​ສະ​ຖິຕິຂອງ​ສະມາຄົມ​ລົດຈັກອິນ​ໂດ​ເນ​ເ​ຊຍ, ປີ2012ຜ່ານມາ​ນີ້, ອິນ​ໂດ​ເນ​ເຊຍ​ໄດ້​ຜະລິດ​ລົດຈັກ​ເຖິງ7​ລ້ານ1​ແສນ4​ໝື່ນ​ຄັນ, ຊຶ່ງ​ບໍ່​ພຽງ​ແຕ່​​ເປັນອັນ​ດັບ​ທີ​ໜຶ່ງ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເທົ່າ​ນັ້ນ, ຍັງ​ເປັນອັນ​ດັບ​ທີ 3 ຂອງ​ໂລກ​ພຽງ​ຮອງ​ຈາກ​ຈີນ​ແລະ​ອິນ​ເດຍ​. ຄາດ​ວ່າ, ຍອດ​ປະລິມານ​ການ​ຜະລິດ​ໃນ​ປີ2013​ນີ້​ຈະ​ມີ​ເຖິງ 7ລ້ານ 3​ແສນ ຄັນ​ຫາ 7ລ້ານ 5​ແສນຄັນ, ປີໜ້າ​ຈະ​ບັນລຸ​ຫຼາຍ​ກວ່າ 7ລ້ານ 8 ​ແສນ​ຄັນ.

ຊ່ຽວຊານ​ເຫັນ​ວ່າ, ການ​ຜະລິດ​ແລະ​ຈຳ​ໜ່າຍ​ລົດຈັກ​ໄດ້​ຊຸກຍູ້​ການ​ພັດທະນາ​ຂະ​ແໜງ​ການ​ລົດຍົນ​ຂອງອິນ​ໂດ​ເນ​ເຊຍ ​ແລະ​ໄດ້​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ອອກ​ເດີນທາງ​ຂອງ​ປະຊາຊົນ​ໃນ​ລະດັບ​ໃດ​ໜຶ່ງ, ​ແຕ່​ພ້ອມ​ດຽວ​ກັນ​ນັ້ນ, ກໍ່​ໄດ້​ສ້າງ​ບັນຫາ​ຫຍຸ້ງຍາກຕ່າງໆ​ໃຫ້​ແກ່​ຕົວ​ເມືອງ​ໃຫຍ່​ແລະ​ລະດັບ​ກາງ​ເປັນ​ຕົ້ນ​ແມ່ນ​ມົນ​ລະ​ພິດ​ຂອງ​ສິ່ງ​ແວດ​ລ້ອມ, ລົດ​ຕິດ, ​ເປັນ​ໄພ​ອັນຕະລາຍ​ຕໍ່​ສຸຂະພາບ​ຂອງ​ປະຊາຊົນ​​ແລະ​ອື່ນໆ. ​ເມື່ອພິ​ຈາ​ລະ​ນາ​ເຖິງ​ການ​ພັດທະນາ​ໄລຍະ​ຍາວ​ແລ້ວ, ການ​ສົ່ງ​ເສີມ​ການ​ພັດທະນາ​ອຸດສາຫະກຳ​ລົດຈັກ​ແລະ​ສົ່ງ​ເສີມ​ໃຫ້​ປະຊາຊົນ​ຊື້​ລົດຈັກ​ນັ້ນ​ບໍ່​ແມ່ນ​ນະ​ໂຍບາຍ​ທີ່​ດີ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ. ຖ້າວ່າ​ບໍ່​ໃຊ້​ມາດ​ຕະການ​ຈຳກັດ​ເລີ່​ມ​ແຕ່​ດຽວ​ນີ້​ເປັນ​ຕົ້ນ​ໄປ,ຈະ​ຕ້ອງ​ໄດ້​ຮັບ​ຜົນ​ສະທ້ອນຢ່າງ​ຫຼວງ​ຫຼາຍ​ແລະ​ຕ້ອງ​ຫາບ​ແບກ​ພາລະ​ອັນ​ໜັກໜ່ວງ​ໃນ​ອະນາຄົດ.