ເສດຖະກິດ​ຈີນ​ມີ​ທ່າ​ອ່ຽງພັດທະນາທີ່ໝັ້ນ​ທ່ຽງ​ແລະ​ຂະຫຍາຍຕົວ​​ໄປ​ໃນ​ທາງ​ທີ່​ດີ

(GMT+08:00) 2013-09-17 19:34:05     cri
ໃນ​ກອງ​ປະຊຸມ​ຂ່າວທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ກັນຍາ​ນີ້, ທ່ານ​​ເຊີ້ງ​ລາຍ​ຢຸ້ນ, ຫົວໜ້າ​ກົມສະຖິຕິ​ສັງ​ລວມ​ເສດຖະກິດແຫ່ງ​ຊາດ​ຂອງ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ເມື່ອ​ເບິ່ງ​ຈາກ​ຕົວ​ເລກ​ຂໍ້​ມູນ​​ເສດຖະກິດ​ໃນ​ເດືອນ​ສິງຫາ​ປີ​ນີ້​ແລ້ວ​ເຫັນ​ວ່າ, ປັດ​ໄຈ​ທີ່​ຕັ້ງໜ້າ​ໃນການ​ເຄື່ອນ​ໄຫວ​ຂອງ​​ເສດຖະກິດ​ໃນ​ປະຈຸ​ບັນ​​ນັບ​ລວມ​ແລ້ວ​ກຳລັງເພີ່ມ​ຂຶ້ນ, ​ໄດ້​ມີ​ທ່າ​ອ່ຽງ​ພັດທະນາທີ່​ໝັ້ນ​ທ່ຽງ​ແລະ​ຂະຫຍາຍ​ຕົວ​ໄປ​ໃນ​ທາງ​ທີ່​ດີ, ​ໄດ້​ສະ​ແດງ​ໃຫ້​​ເຫັນວ່າເສດຖະກິດ​ຈີນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ​ພາຍ​ໃຕ້​ການ​ຊີ້​ນຳຈາກ​ນະ​ໂຍບາຍການປະດິດ​ສ້າງຕ່າງໆ​ເຊັ່ນ: ​ເຮັດ​ໃຫ້​ມີການ​ເຕີບ​ໂຕ​ຢ່າງໝັ້ນ​ທ່ຽງ, ການປັບປຸງໂຄງ​ປະກອບ ​ແລະຊຸກຍູ້​ການ​ປະຕິ​ຮູບ​​ເປັນ​ຕົ້ນ.

ທ່ານ​ຢາງ​ຊູ່​ປິ່ງ, ຫົວໜ້າກົມຂໍ້​ມູນຂ່າວສານ​ຂອງ​ສຳນັກ​ຄົ້ນຄວ້າ​ຂອງລັດຖະບານຈີນ​​ເຫັນ​ວ່າ, ​ເສດຖະກິດຈີນ​ສາມາດ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ທີ່​ປອດ​ໃສ, ຍາວ​ນານ​ແລະຕໍ່​ເນື່ອງ, ​ແມ່ນ​ມີ​ຫຼັກ​ຖານ​ອ້າງ​ອີງ, ກ່ອນ​ອື່ນ, ຜ່ານ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນ​ເວລາ 30 ປີມານີ້, ຈີນ​ໄດ້​ສ້າງ​ພື້ນຖານ​ດ້ານ​​​ເຕັກ​ໂນ​​ໂລ​ຊີ​ແລະ​ດ້ານ​ວັດຖຸ​ທີ່​ດີ, ​ເຊິ່ງ​ເປັນ​ການ​ສ້າງ​ຂອບ​ພື້ນຖານ​ເສດຖະກິດ​ຕະຫຼາດ, ນີ້​ໄດ້​ສ້າງ​ພື້ນຖານ​ທີ່​ດີ​ແກ່​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ຍາວ​ນານ, ຖັດມາ, ຈີນ​ມີ​ປະຊາກອນ​ຈຳນວນ​ຫຼວງ​ຫຼາຍ, ການ​ພັດທະນາ​ລະຫວ່າງ​ຕົວ​ເມືອງ​ແລະ​ຊົນນະບົດ​ແລະ​ລະຫວ່າງ​ເຂດ​ແຄ້ວ​ນຕ່າ​ງໆ​ບໍ່​ດຸ່ນດ່ຽງກັນ, ​​ຕະຫຼາດ​ມີ​ຄວາມ​ຕ້ອງການ​ຢ່າງ​ຫຼວງຫຼາຍ. ສາມ, ການ​ປະຕິ​ຮູບທາງ​ດ້ານ​ໂຄງ​ປະກອບ​ມີ​ທ່າອ່ຽງທີ່​ບໍ່​ສາມາດ​ສະກັດ​ກັ້ນ​ໄດ້. ຈະ​ສືບຕໍ່​ນຳ​ມາ​ເຊິ່ງ​ເງິນ​ປັນ​ຜົນ​ຈາກ​ການ​ປະຕິ​ຮູບ​ຢ່າງ​ບໍ່​ຢຸດ​ຢັ້ງ.