ຈີນ​ເຕືອນ​ໃຫ້​ຍີ່​ປຸ່ນ​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອໃຫ້​ໄດ້​ຮັບຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະ​ເທດ​ໃກ້​ຄຽງ​ໃນ​ອາຊີ​ແລະ​ປະຊາ​ຄົມ​ໂລກ

(GMT+08:00) 2013-09-18 11:18:05     cri
ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກັນຍາ​ນີ້, ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ເຕືອນ​ອີກ​ເທື່ອ​ໃໝ່​ໃຫ້​ຍີ່​ປຸ່ນສຳຫຼວດປະຫວັດ​ການ​ຮຸກ​ຮານຂອງ​ຕົນ​ຄືນ​ຢ່າງ​ເລິກ​ເຊິ່ງ,​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອໃຫ້​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະ​ເທດ​ໃກ້​ຄຽງ​ໃນ​ອາຊີ​ແລະ​ປະຊາ​ຄົມ​ໂລກ.

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ​ເຫດການ "19​ກັນຍາ"​ປີ1931ເປັນ​ການ​ເລີ່​ມຕົ້ນ​ທີ່​ພວກ​ລັດທິ​ລັດຖະທະຫານ​ຍີ່​ປຸ່ນກໍ່​ສົງຄາມ​ຮຸກ​ຮານ​ຈີນ. ພວກ​ຂ້າພະ​ເຈົ້າ​ລະ​ລຶກ​ເຫດການ"19​ກັນຍາ"​ມີ​ຈຸດປະສົງ​ເພື່ອ​ເຊີດ​ຊູ​ຈິດ​ໃຈ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ​ທີ່​ຮັກຫອມ​ສັນຕິພາບ​ແລະ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຢ່າງ​ບໍ່​ລົດ​ລະ, ພະຍາຍາມ​ສູ້​ຊົນ​ເພື່ອ​ສ້າງ​ປະ​ຊາ​ຊາດ​ຈີນ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ.

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ສົງຄາມ​ຮຸກ​ຮານ​ຕໍ່​ພາຍ​ນອກ​ທີ່​ພວກ​ລັດທິ​ລັດຖະທະຫານ​ຍີ່​ປຸ່ນກໍ່​ຂຶ້ນ​ໄດ້​ສ້າງ​ໄພພິບັດ​ອັນ​ຮ້າຍ​ແຮງ​ມາ​ໃຫ້ປະຊາ​ຊົນ​ປະ​ເທດ​ໃກ້​ຄຽງ​ໃນ​ອາຊີ​ແລະ​ປະ​​ເທດ​ທີ່​ຖືກ​ເຄາະ​ຮ້າຍ. ພວກ​ຂ້າພະ​ເຈົ້າ​ເຕືອນ​ອີກ​ເທື່ອ​ໃໝ່​ໃຫ້​ຍີ່​ປຸ່ນສຳຫຼວດປະຫວັດ​ການ​ຮຸກ​ຮາ​ນາຂອງ​ຕົນຄືນ​ຢ່າງ​ເລິກ​ເຊິ່ງ, ​ໃຊ້​ທ່າ​ທີ​ທີ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ປະຫວັດສາດ​ແລະ​ອະນາຄົດ,​ກ້າວ​ເດີນ​ໄປ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ, ​ເຄົາ​ລົບ​ປະ​ຕິ​ບັດ​ຕາມ​ທ່າ​ທີ​ອັນ​ເຄັ່ງ​ຂຶມ​ແລະ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໃຫ້​ໄວ້​ກ່ຽວ​ກັບ​ບັນ​ຫາ​ປະ​ຫວັດ​ສາດ​ຈົນ​ເຖິງ​ປະ​ຈຸ​ບັນ, ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະ​ເທດ​ໃກ້​ຄຽງ​ໃນ​ອາຊີ​ແລະ​ປະຊາ​ຄົມ​ໂລກ.