ຈີນ​ເດັດຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ອິດ​ທິ​ກຳ​ລັງ​ພາຍ​ນອກ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນຂອງ​ຮົງ​ກົງ

(GMT+08:00) 2013-09-18 11:21:51     cri
ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກັນຍາ​ນີ້, ທ່ານ​ຫົງ​ເຫຼີຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ເດັດຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ອິດ​ທິກຳລັງ​ພາຍ​ນອກ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຮົງ​ກົງ.

ມີ​ນັກ​ຂ່າວ​ຖາມ​ວ່າ, ຕາມ​ຂ່າວ​ແຈ້ງວ່າ, ນັບ​ແຕ່​ຮົງ​ກົງ​ກັບ​ຄືນສູ່​ປະ​ເທດ​ຊາດ​ມາ​ນີ້, ອົງການ​ຈາ​ລະ​ກຳ​ຂອງ​ອັງ​ກິດ​ໄດ້​ເພີ່ມ​ທະວີການ​ເຄື່ອນ​ໄຫວ​ແຊກ​ຊຶມ​ເຂົ້າ​ຮົງ​ກົງ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈີນ​ມີ​ການ​ຕອບ​ຮັບ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້.

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ຈີນ​ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ອິດ​ທິ​ກຳ​ລັງ​ພາຍ​ນອກ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຮົງ​ກົງ, ​ແລະ​ທຳ​ລາຍ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ຂອງ​ຮົງກົງ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຕັ້ງ​ໃຈ​ແລະ​ມີ​ຄວາມ​ສາມາດ​ໃນ​ການ​ປົກ​ປ້ອງ​ຄວາມ​ປອດ​ໄພ​ແຫ່ງ​ຊາດ.