ການ​ທົດ​ລອງ​ການບິນ​ຂອງ​ຍົນ​ຮົບJ-15ຂອງ​ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ລັກສະນະຂັ້ນ​ຕອນ

(GMT+08:00) 2013-09-18 11:29:07     cri
ຍົນ​ຮົບJ-15ທີ່​ຂຶ້ນ​ລົງ​ຢູ່​ເທິງ​ກຳ​ປັ່ນ​ຂອງ​ຈີນ​ໄດ້​ສຳ​ເລັດ​ການ​ທົດ​ລອງການ​ບິນ​ຂຶ້ນ​ແລະ​ລົງ​ຈອດ​ດ້ວຍ​ນ້ຳໜັກ​ຫຼາຍ​ທີ່​ສຸດ​ຢ່າງ​ສຳ​ເລັດຜົນ​ໃນວັນ​ທີ 15 ກັນຍາ​ນີ້,ຊຶ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ທົດ​ລອງ​ການບິນ​ໃນ​ຄັ້ງ​ນີ້​ໄດ້​ຮັບ​ຜົນສຳ​ເລັດລັກສະນະ​ຂັ້ນ​ຕອນ​ທີ່​ສຳຄັນ.

ຫຼາຍ​ມື້​ມານ​ນີ້, ກຳ​ປັ່ນບັນທຸກ​ເຮືອບິນທີ່​ມີ​ຊື່ວ່າ"ຫຼຽວ​ນິງ"ທີ່​ກຳລັງ​ປະຕິບັດ​ໜ້າ​ທີ່​ທົດ​ລອງນັ້ນ​ໄດ້​ນຳ​ໃຊ້​ເງື່ອນ​ໄຂ​ທາງ​ອາກາດ​ທີ່​ດີ,​ໂດຍ​ໄດ້​ສຳ​ເລັດ​ການ​ທົດ​ລອງ​ການບິນ​ຂອງ​ຍົນ​ຮົບ​ທີ່​ຂຶ້ນ​ລົງ​ຢູ່​ເທິງ​ກຳ​ປັ່ນ​​​ໃນ​ຈຳນວນ​ຫຼາຍ​ປະ​ເພດ​ແລະ​ຫຼາຍ​ລຳ. ເ​ປັນ​ເທື່ອ​ທຳ​ອິດ​ທີ່​ຍົນ​ຮົບ J-15 ທີ່​ຂຶ້ນ​ລົງ​ຢູ່​ເທິງ​ກຳ​ປັ່ນ​ໄດ້​ສຳ​ເລັດ​ການ​ທົດ​ລອງ​ການບິນ​ຂຶ້ນ​ແລະ​ລົງ​ຈອດ​ຢູ່​ເທິງ​ກຳ​ປັ່ນ​ພາຍ​ໃຕ້​ເງື່ອນ​ໄຂ​ອາກາດ​ທີ່​ສັບສົນ,​ ມີນ້ຳໜັກ​ທີ່​ຕ່າງ​ກັນ​ໃນ​ເວລາ​ບິນ​ຂຶ້ນ,​ແລະ​ປະກອບ​ອາວຸດ​ຫຼາຍ​ປະ​ເພດ. ​ແລະ​ຍັງ​ສາມາດ​ບັນລຸ​ການ​ປະຕິບັດ​ໜ້າ​ທີ່​ການຈັດ​ສົ່ງ​ຍົນ​ຮົບຫຼາຍ​ປະ​ເພດ​,ຈຳນວນ​ຫຼາຍ​ລຳ​ບິນ​ຂຶ້ນ​ຈາກ​ກຳ​ປັ່ນ​ຫຼາຍ​ເທື່ອ​ພາຍ​ໃນ​ເວລາ​ອັນ​ສັ້ນໆພາຍ​ໃຕ້ຮູບ​ແບບ​ການຈັດ​ຕັ້ງ​ການ​ຮັບປະກັນ​ການ​ສູ້​ຮົບ​ສຸກ​ເສີນ. ລາຍການ​ລົດ​ທອງ​ການບິນ ​ຄ່ອຍໆ​ສັບສົນ​ຂຶ້ນ​​ເລີ່​ມແຕ່​ຄວາມ​ງ່າຍ​ກ້າວເຖິງ​ຄວາມ​ຍາກ​ແລະ​ມີ​ລະດັບ​ສູງ​ຂຶ້ນ​ເລື້ອຍໆ.

ນັບ​ມາ​ຮອດ​ປະຈຸ​ບັນ, ລະບົບ​ອຸປະກອນ​ຂອງ​ກຳ​ປັ່ນ​ບັນທຸກ​ເຮືອບິນ​ໄດ້​ເຮັດ​ວຽກ​ຢ່າງ​ເປັນ​ປົກກະຕິ, ​ເຕັກນິກບັນຊາ​ຍົນ​ຮົບ​ທີ່​ຢູ່​ເທິງ​ກຳ​ປັ່ນ​ມີ​ສະພາບ​ໝັ້ນ​ທ່ຽງ, ການ​ປະສານ​ງານກັນ​ລະຫວ່າງ​ກຳ​ປັ່ນ​ກັບ​ຍົນ​ຮົບ​ໄດ້​ຮັບ​ການ​ຢັ້ງຢືນ​ຢ່າງ​ມີ​ປະສິດທິ​ຜົນ​ຕື່ມ​ອີກ. ຜົນສຳ​ເລັດ​ຕ່າງໆ​ທີ່​ໄດ້​ຮັບ​ໃນການ​ທົດ​ລອງ​ການບິນ​ໃນ​ເທື່ອ​ນີ້​ໄດ້​ສ້າງ​ພື້ນຖານ​ອັນໜັກ​ແໜ້ນ​ໃຫ້​ແກ່​ການ​ທົດ​ລ​ອງ​ແລະ​ການ​ຝຶກ​ຊ້ອມ​ຂອງ​ກຳ​ປັ່ນ​ບັນທຸກ​ເຮືອບິນ "ຫຼຽວ​ນິງ"​ໄດ້ຂະຫຍາຍ​ກ້າວ​ສູ່​ລວງ​ເລິກ​ແລະ​ລວງ​ກວ້າງ​ຫຼາຍ​ຂຶ້ນ​ຕື່ມ​ອີກ.