ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟາງ​ໂຈ່​ວ"ຂອງ​ກອງທັບ​ເຮືອ​ຈີນ​​ເດີນທາງ​ໄປ​ຮອດ​ນະຄອນຫຼວງ​ຈາ​ກາກ​ຕາ​ແລະ​ເລີ່​ມຢ້ຽມຢາມສັນຖະວະ​ໄມຕີ​ອິນ​ໂດ​ເນ​ເຊຍ​

(GMT+08:00) 2013-09-19 14:58:30     cri
ຕາມ​ຂ່າວCRI: ຕອນ​ເຊົ້າ​ວັນ​ທີ 18 ກັນຍາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟາງ​ໂຈ່​ວ"ຂອງ​ກອງທັບ​ເຮືອ​ຈີນ​ທີ່​ກຳລັງ​ປະຕິບັດ​ໜ້າ​ທີ່ "ພາລະກິດ​​ເພື່ອ​ຄວາມ​ກົມ​ກຽວ​ກັນ2013"​ໄດ້​ເດີນ​ທາງ​ໄປ​ເຖິງ​ທ່າກຳ​ປັ່ນ​ຕານ​ຈຸ​ງຊຶ່ງ​ເປັນ​ທ່າກຳ​ປັ່ນ​ສາກົນ​ຂອງ​ນະຄອນຫຼວງ​ຈາ​ກາກ​ຕາ​​​ຕາມ​ຄຳ​ເຊີນ, ​ເລີ່​ມ​ຢ້ຽມຢາມ​ສັນຖະວະ​ໄມຕີ​ອິນ​ໂດ​ເນ​ເຊຍ​ເປັນ​ເວລາ 2 ວັນ.

​ເວລາ 10 ​ໂມງ​ຂອງ​ວັນ​ທີ 18 ກັນຍາ​ນີ້, ທ່ານ​ລີ​ວຈ້ຽນຊ່າວ, ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ, ຜູ້​ແທນ​ກອງທັບ​ເຮືອ​ອິນ​ໂດ​ເນ​ເຊຍ, ຊາວ​ອິນ​ໂດ​ເນ​ເຊຍ​ເຊື້ອສາຍ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​, ບໍລິສັດ​ຈີນ​ທີ່​ອິນ​ໂດ​ເນ​ເຊຍແລະ​ຜູ້ຕາງໜ້າ​ນັກ​ສຶກສາ​ຈີນທີ່​ຮຽນ​ຢູ່​​ອິນ​ໂດ​ເນ​ເຊຍ​ໄດ້​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ​ທີ່​ຈັດ​ຂຶ້ນ​ຢູ່ທ່າກຳ​ປັ່ນຕານ​ຈຸ​ງ. ກ່ອນໜ້ານີ້ ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟາງ​ໂຈ່​ວ"ຂອງ​ກອງທັບ​ເຮືອ​ຈີນໄດ້ເດີນທາງໄປເຖິງ​​ອ່າວ​ໂຟຼຣິສຂອງ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 10 ກັນຍາ​ນີ້​ຕາມ​ຄຳ​ເຊີນ, ​​ເພື່ອ​ໃຫ້ການ​ບໍລິການ​ດ້ານ​ການ​ປິ່ນປົວ​ຢູ່​ໝູ່​ເກາະລາ​ບູຮານ ບາ​​ໂຈ, ​ແລະ​ໄດ້​ເຂົ້າ​ຮ່ວມງານ​ສະ​ເຫຼີ​ມສະຫຼອງ SAIL KOMODO 2013 ​ແລະ​ກິດຈະກຳ​ການສວນສະໜາມທີ່​ມີ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ເຂົ້າ​ຮ່ວມ​ໃນ​ວັນ​ທີ 14 ກັນຍາ​ນີ້. ພາຍຫຼັງ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ​ຈາ​ກາກ​ຕາ​ແລ້ວ, ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟາງ​ໂຈ່​ວ"ຂອງ​ກອງທັບ​ເຮືອ​ຈີນຈະ​ເດີນທາງ​ໄປ​​ກຳປູ​ເຈຍ​ຊຶ່ງ​ເປັນປະ​ເທດ​ສຸດ​ທ້າຍ​​ໃນ​ການ​ປະຕິບັດ​ໜ້າ​ທີ່​​ໃນຄັ້ງ​ນີ້, ​ເພື່ອ​ດຳ​ເນີນ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​​ແລະ​ການ​ຮ່ວມ​ມື​ດ້ານ​ການ​ປິ່ນປົວ.