​ແຫ່ງຕ່າງໆ​ຂອງ​ຈີນ​ຈັດ​ກິດຈະກຳ​ຕ່າງໆ​ເພື່ອລະ​ລຶກ​ເຫດການ "18 ກັນຍາ" ຄົບຮອບ 82 ປີ

(GMT+08:00) 2013-09-19 15:50:18     cri
ວັນ​ທີ 18 ກັນຍານີ້ ​ແມ່ນ​ວັນ​ລະ​ລຶກ​ເຫດການ "18 ກັນຍາ" ​ຄົບຮອບ 82 ປີ, ​​ຢູ່ນະຄອນ​ເສີນຢາງ, ນະຄອນ​ຊີ່​ອ່ານ, ນະຄອນຫຼວງປັກ​ກິ່ງ​, ນະຄອນ​ນານ​ກິ່ງ​​ແລະ​ແຫ່ງ​​ອື່ນໆ​ຂອງ​ຈີນ​​ໄດ້ຈັດ​ກິດຈະກຳ​ຕ່າງໆ​ເພື່ອລະ​ລຶກ​​ເຫ​ດການ​ດັ່ງກ່າວ.

​ເວລາ ​9 ​ໂມງ 18 ນາທີ​ຂອງ​ວັນ​ທີ 18 ກັນຍາ​ນີ້, ສຽງລະຄັງ​ເຕືອນສັນຍານໄພທີ່ແສບ​ແກ້ວຫູ​ໄດ້ດັງ​ຂຶ້ນ​ຢູ່​ສະໜາມຫຼວງສີ​ລາ​ຈາລຶກ​ຊານ​ລີ້​ຫໍພິພິທະ​ພັນ​ປະຫວັດສາດ​ເຫດການ "18 ກັນຍາ" ທີ່ນະຄອນ​ເສີ​ນຢາງ. ​ເວລາ ​9 ​​ໂມງ 16 ນາທີ, ປະຊາຊົນ​ຢູ່​ສະໜາມຫຼວງ​ໄດ້​ຮ່ວມ​ກັນ​ຕຳ​ລະຄັງ​​ເຕືອນສັນຍານ​ໄພ 14 ​ເທື່ອ, ໝາຍ​ເຖິງສົງຄາມ​ປະຊາຊົນ​ຈີນຕໍ່ຕ້ານ​ຍີ່​ປຸ່ນ​ໄດ້​ດຳ​ເນີນເປັນ​ເວລາ 14 ປີ. ​​ເວລາ​ດຽວ​ກັນ, ​ວິທະຍຸ​ກະຈາຍສຽງ​ປະຊາຊົນ​ເສີນຢາງ​ແລະ​ໂທລະພາບ​ເສີນຢາງ​ໄດ້ຢຸດລາຍການ​ປົກກະຕິ, ​ເພື່ອ​ຫັນ​ມາ​ຖ່າຍ​ທອດສຽງ​ລະ​ຄັງ​ສັນຍານ​ໄພ​ແລະ​​ຮູບພາບ​ທີ່​ມີຕົວ​ໜັງ​ສືຂຽນ​ວ່າ "ຢ່າ​ລືມ​ຄວາມ​ອັບປະ​ຍົດ​ຂອງ​ຊາດ, ສ້າງ​ສາຈີນ​​ໃຫ້​ຈະ​ເລີ​ນຄືນ​ໃໝ່".

ຕອນ​ເຊົ້າ​ມື້​ດຽວ​ກັນ, ​ເພື່ອ​ລະ​ລຶກ​​ເຫດການ "18 ກັນຍາ" ຄົບຮອບ 82 ປີ, ສຽງ​ລະຄັງ​​ເຕືອນສັນຍານ​ໄພ​ທີ່​ແສບ​​ແກ້ວຫູໄດ້​ດັງ​ຂຶ້ນຢູ່​​ທ້ອງຟ້າ​ນະຄອນ​ສີ່​ອ່ານ​.

ຢູ່ນະຄອນຫຼວງປັກ​ກິ່ງ, ປະຊາຊົນຈຳນວນຫຼວງຫຼາຍ​ໄດ້ພາກັນ​ໄປ​ຮອດຫໍ​ລະ​ລຶກສົງ​ຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງປະຊາຊົນ​ຈີນ​ເພື່ອ​ລະ​ລຶກປະຫວັດສາດ. ມື້​ດຽວ​ກັນ, ຫໍ​ລະ​ລຶກສົງ​ຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງປະຊາຊົນ​ຈີນ​​ໄດ້​ປະກາດ​ຂໍ້​ມູນ​ອັນລ້ຳ​ຄ່າ​​ເປັນ​ຄັ້ງ​ທຳ​ອິດກ່ຽວ​ກັບ​​ໂທດກຳ​ຂອງຍີ່​ປຸ່ນທີ່​ຈີ້​ເອົາ​ປະຊາຊົນ​ຈີນ​ໄປ​ອອກ​ແຮງ​ງານຢູ່​ຍີ່​ປຸ່ນ.

ຢູ່​ນະຄອນ​ນານ​ກິ່ງ, "ການວາງສະ​ແດງ​ໂທດ​ກຳສັງຫານ​ໂຫດຂອງນາ​ຊີ​ຢູ່ຄ້າຍ​ຄຸມ​ຂັງອົສວິຊິ​ມ​" ​ເລີ່​ມວາງສະ​ແດງ. ການວາງສະ​ແດງ​ດັ່ງກ່າວ​ແມ່ນ​ຮ່ວມ​ກັນ​ຈັດ​ຂຶ້ນ​ໂດຍ​ຫໍພິພິທະ​ພັນ​ແຫ່ງ​ຊາດ​ຄ້າຍ​ຄຸມ​ຂັງ​ອົສວິຊິ​ມ​ໂປ​ໂລ​ຍ, ຫໍ​ລະ​ລຶກສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງປະຊາຊົນ​ຈີນ, ຫໍ​ລະ​ລຶກຊາວ​ຢິວລີ້​ໄພ​ນະຄອນ​ຊຽງ​ໄຮ​ແລະ​ຫໍ​ລະ​ລຶກພີ່ນ້ອງ​ຮ່ວມ​ຊາດ​ທີ່​ປະສົບ​ເຄາະ​ຮ້າຍ​ໃນ​​ເຫດການ​ສັງຫານ​​ໂຫດນະຄອນ​ນານ​ກິ່ງ​ຂອງ​ທະ​ຫານ​ຍີ່​ປຸ່ນຮຸກ​ຮານ​ຈີນ.