ນາຍົກລັດຖະມົນຕີມະ​ເລ​ເຊຍ​ສະ​ແຫວ​ງຫາ​​ການດຳລົງ​ຕຳ​ແໜ່​ງປະທານ​ພັກ​ກຳ​ອຳນາດອີກສະ​ໄໝໜຶ່ງ

(GMT+08:00) 2013-09-20 16:27:55     cri
ວັນ​ທີ 19 ກັນຍາ​ນີ້, ທ່ານ​ນາ​ຈິບ ຕຸ​ນ ຣາຊັກ, ນາຍົກລັດຖະມົນຕີມະ​ເລ​ເຊຍ​ປະກາດ​ວ່າ, ທ່ານ​ຈະ​ສະ​ແຫວ​ງຫາ​​ການດຳລົງ​ຕຳ​ແໜ່​ງປະທານ​ພັກ​ກຳ​ອຳນາດອີກສະ​ໄໝໜຶ່ງ​ໃນ​ການ​ເລືອກ​ຕັ້ງ​ຂອງພັກ​ອົງການ​​ແນວ​ໂຮມ​ເອກະ​ພາບ​ແຫ່ງ​ຊາດ​ມະ​ເລ​ເຊຍ​ຫຼືUMNO ຊຶ່ງ​ເປັນ​ພັກ​ກຳ​ອຳນາດຂອງ​ມະ​ເລ​ເຊຍທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ຕຸລາ​ໜ້ານີ້.

ທ່ານ​ນາ​ຈິບ ຕຸ​ນ ຣາຊັກ​ກ່າ​ວວ່າ, ທ່ານ​ໄດ້​ທຳ​ການ​ຕົກລົງ​ດັ່ງກ່າວ​ພາຍ​ໃຕ້ການ​ສະໜັບສະໜູນ​ແລະ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​​ຈາກ​ສະມາຊິກ​ພັກ​ຂັ້ນ​ຮາກ​ຖານ. ທ່ານ​ກ່າວ​ວ່າ, ອີງ​ຕາມ​ການ​ຕ້ອນຮັບທີ່​ທ່ານ​ໄດ້ຮູ້,ສະມາຊິກ​ພັກ​UMNOສ່ວນ​ຫຼາຍ​ຫວັງ​​ໃຫ້​ທ່ານ​ສືບ​ຕໍ່​ດຳລົງ​ຕຳ​ແໜ່​ງປະທານ​ພັກ, ອົງຄະ​ນະພັກ​ຂອງ​ລັດ​ຕ່າງໆ​ຂອງ​ມະ​ເລ​ເຊຍ​ກໍ່​ສະ​ແດງ​ວ່າ​ສະໜັບ​ສະ​ໜູນ​ທ່ານ.

UMNO​ແມ່ນ​ພັກ​ໃຫຍ່​ອັນ​ດັບໜຶ່ງ​ໃນ​ແນວ​ໂຮມແຫ່ງ​ຊາດ​ສະຫະພັນ​ພັກ​ກຳ​ອຳນາດ​ມະ​ເລ​ເຊຍ, ທ່ານ​ນາ​ຈິບ ຕຸ​ນ ຣາຊັກ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່​ງປະທານພັກ​UMNO​ແລະ​ຂຶ້ນ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີ​ໃນ​ປີ 2009. ​​ເດືອນ​ພຶດສະພາ​ປີ​ນີ້, ສະຫະພັນ​ພັກ​ກຳ​ອຳນາດ​ທີ່​ນຳພາ​ໂດຍ​ທ່ານ​ນາ​ຈິບ ຕຸ​ນ ຣາຊັກ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີມະ​ເລ​ເຊຍ​ຊຸດ​ໃໝ່​ຕື່ມ​ອີກ​ວາລະ​ໜຶ່ງ.