ລັດຖະບານ​ລາວປັບປຸງ​ໃຫ້ການ​ພັດທະນາ​ຊັບພະຍາກອນ​ແຮ່​ທາດ​ໃຫ້​ເປັນລະບຽບ

(GMT+08:00) 2013-09-20 13:39:19     cri

ລັດຖະບານ​ລາວ​ໄດ້​ເອົາ​ໃຈ​ໃສ່​​ເຖິງ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ຕາມ​ຊະຊາຍ​ໄດ້​ເປັນ​ການ​ທຳລາຍຕໍ່​ສິ່ງແວດ​ລ້ອມຢ່າງ​ໜັກໜ່ວງ.  ບໍລິສັດບໍ່ແຮ່ຂະໜາດ​ໜ້ອຍ​ຢູ່​ບາງແຂວງໃຊ້ສານ​ປຣະຊິດ​ເພື່ອກັ່ນ​ເອົາ​​ແຮ່ຢູ່​​ແຄມນ້ຳ, ຍັງມີຍບາງບໍລິສັດມັກ​ດູດ​ຫີນ​ຊາຍ​ໃນ​ສາຍ​ນ້ຳຢ່າງ​ຜິດ​ກົດໝາຍ, ​​ໄດ້​ເປັນ​ທຳລາຍສິ່ງ​ແວດ​ລ້ອມຢ່າງ​ໜັກໜ່ວງ. ​ໃນ​ຂະນະ​ດຽວ​ກັນ, ລັດຖະບານ​ລາວກໍ​ພວມ​ກວດກາ​ວິ​ສາ​ຫະກິດບາງ​ແຫ່ງ​ທີ່​ໄດ້​ຮັບ​ການ​ອະນຸຍາດ​ໃນ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ມາ​ແຕ່​ດົນ​ແລ້ວ​ແຕ່​ພັດ​ບໍ່​ໄດ້​ດຳ​ເນີນ​ການ​ຂຸດ​ຄົ້ນ​ໃນ​ດ້ານ​ຕ່າງໆ, ​ລັດຖະບານ​ລາວ​ຈະ​ຖອນ​ໃບ​ອະນຸຍາດ​​ໃນ​ເວລາ​ທີ່​ຈຳ​ເປັນ.

​ໃນ​ກອງ​ປະຊຸມ​ສະພາ​ແຕ່ງ​ຊາດທີ່​ຈັດ​ຂຶ້ນ​ໃນ​​ເດືອນ​ກໍລະກົດ​ປີ​ນີ້, ສະພາ​​ແຫ່ງ​ຊາດ​ລາວ​ໄດ້​ຮຽກຮ້ອງ​ໃຫ້ດຖະບານ​ວາງ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ, ​ເພື່ອ​ການ​ປະພຶດ​ທີ່​ຂຸດ​ຄົ້ນ​ບໍ່​ແຮ່​ຕາມ​ລຳພັງ​ເຊິ່ງ​ເປັນການ​ທຳລາຍ​ສິ່ງ​ແວດ​ລ້ອມ​ຢ່າງ​ໜັກໜ່ວງ; ຕໍ່​ວິ​ສາ​ຫະກິດ​ຂຸດ​ຄົ້ນ​ບໍ່ແຮ່​ທີ່​ບໍ່​​ເຄົາລົບ​ກົດໝາຍ​ກົດ​ບັນຍັດ​ທີ່ກ່ຽວຂ້ອງ, ລັດຖະບານ​ສາມາດ​ຍົກ​ເລີກສັນຍາ, ​ເພື່ອ​ສະກັດ​ກັ້ນການຂຸດຄົ້ນ​ບໍ່​ແຮ່​ຢ່າງ​ແຮ່​ຜິດ​ກົດໝາຍ.

​ເພື່ອ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ, ​ເຮັດ​ໃຫ້ການ​ຂຸດຄົ້ນ​ບໍ່ແຮ່​​ເປັນລະບຽບ, ​ໃນ​ເດືອນ​ມິຖຸນາ​ປີ​ກາຍ​ນີ້, ລັດຖະບານລາວ​ໄດ້​ວາງ​ຂໍ້ກຳນົດ, ຄືກ່ອນ​ປີ 2016 ຈະບໍ່​ອະນຸມັດ​​ໂຄງການຂຸດ​ຄົ້ນ​ບໍ່ແຮ່​ໃໝ່ອີກ, ​ແຕ່​ບໍ່​ລວມທັງ​ໂຄງການ​ຂຸດຄົ້ນ​ຖ່ານ​ຫິນ.