ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ​ທ່ານ​ຢາງ​ເຈຍ​ສື

(GMT+08:00) 2013-09-20 15:44:58     cri

ຕາມ​ຂ່າວສານ​ຈີນ: ຕອນ​ເຊົ້າ​ວັນ​ທີ 19 ກັນຍາ​ນີ້, ທ່ານ​ຊູຊີ​ໂລ ບັງບາງ ຢູດ​ໂຮ​​ໂຢ​ໂນ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ໄດ້ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງທ່ານ​ຢາງ​ເຈຍສື ທີ່​​ເປິກສາ​ແຫ່ງ​ລັດຈີນ​ຢູ່​ຈາ​ກາ​ຕາ.

ທ່ານ​ຊູຊີ​ໂລ​ກ່າວ​ວ່າ, ການ​ພົວພັນ​ລະຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ຂະຫຍາຍຕົວ​ເ​ປັນ​ຢ່າງ​ດີ, ສອງ​ປະ​ເທດ​ຄວນ​ສືບ​ຕໍ່​ເພີ່​ມທະວີ​ການ​ຮ່ວມ​ມື​ຮອບດ້ານ. ປະຊາຊົນ​ອິນ​ໂດ​ເນ​ເຊຍ​ຍິນ​ດີ​ຕ້ອນຮັບ​ທ່ານ​ປະທານ​ສີ​ຈີ້​ນພິງ​ຈະ​ມາຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ທາງ​ລັດຖະກິດ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳອົງການ OPEC ​ຄັ້ງ​ທີ 21 ທີ່ຈະ​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ລີ.

ທ່ານ​ຢາງ​ເຈຍ​ສື​ກ່າວ​ວ່າ, ຈີນ​ແລະ​ອິນ​ໂດ​​ເນ​​ເຊ​ຍ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ໃຫຍ່​​ໃນ​ອາຊີ​ແລະ​​ແມ່ນປະ​ເທດທີ່​ຕະຫຼາດ​ຈະ​ເລີ​ນຂຶ້ນ​ໃໝ່, ການ​ເພີ່​ມທະວີ​ການ​ພົວພັນ​ຄູ່​ຮ່ວມຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ແມ່ນຄວາມ​ປາຖະໜາ​ຮ່ວມ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ສອງຊາດ, ມີ​ບົດບາດ​ອັນ​ສຳຄັນ​ຕໍ່​ການຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ຂອງ​ເຂດ​ແຄວ້ນ​ແລະ​ຊຸກ​ຍູ້​ປະ​ເທດ​ທີ່​ພວມ​ພັດທະນາ​​ໃຫ້ສາມັກຄີ​ຮ່ວມ​ມື. ​ເຊື່ອ​ໝັ້ນ​ວ່າ​ຜ່ານການ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ, ການ​ຢ້ຽມຢາມອິນ​ໂດ​ເນ​ເຊຍ​ຂອງ​ທ່ານ​ສີ​ຈີ້​ນພິງ​ໃນ​ໄວໆ​ນີ້​ຍ່ອມ​ຈະ​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມສົມບູນ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ຂະຫຍາຍຕົວ​​ໄປສູ່​ລະດັບ​ເລິກ​ເຊິ່ງກວ່າ​ເກົ່າ, ຂົງ​ເຂດ​ກວ້າງຂວາງ​ກວ່າ​ເກົ່າ​, ​ແລະລະດັບ​ສູງ​ກວ່າ​ເກົ່າອີກ. ຝ່າຍ​ຈີນ​ຕັ້ງໜ້າ​ສະໜັບສະ​ໜູນ​ອິນ​ໂດ​ເນ​ເຊຍ​ຈັດ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳອົງການ OPEC , ຈະ​​ເພີ່ມ​ທະວີ​ການ​ປະສານສົມທົບ​ກັບອິນ​ໂດ​ເນ​ເຊຍ, ​ເຮັດ​ໃຫ້​ກອງ​ປ​ະຊຸມ​ບັນລຸ​​ເປົ້າ​ໝາຍ​ທີ່​​ໄດ້​ກຳນົດ​ໄວ້.

ມື້​ດຽວ​ກັນ, ທ່ານ​ຢາງ​ເຈຍ​ສື​ແລະທ່ານ​​ໂດ​​ໂຄ ຊູ​ຢັງ​ໂຕ ລັດຖະມົນ​ຕີ​ວ່າການ​ກະຊວງ​ວາງ​ແຜນ​ຄວາມ​ປອດ​ໄພ​ກົດໝາຍ​ການ​ເມືອງ​ອິນ​ໂດ​ເນ​ເຊຍ​​ໄດ້ເປັນ​ປະ​ທານ​ກົນ​ໄກ​ການສົນທະນາ​ລະດັບ​ຮອງ​ນາຍົກລັດຖະມົນຕີລະຫວ່າງ​ສອງ​ປະ​ເທດຈີນ​ອິນ​ໂດ​ເນ​ເຊຍ​ຄັ້ງ​ທີ 4.