ແຫ່ງ​ຕ່າງໆ​ຂອງ​ຈີນ​ສະ​ເຫຼີ​ມສະຫຼອງ​ບຸນ​ໄຫວ້​ພະຈັນຢ່າງ​ຟົດ​ຟື້ນ

(GMT+08:00) 2013-09-20 16:54:47     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ19 ກັນຍາ​ແມ່ນ​ບຸນ​ໄຫວ້​ພະຈັນ​ບຸນ​ປະ​ເພນີຂອງ​ຈີນ, ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ, ສະມາຊິກຄອບຄົວ​ຕ່າງໆ​​ໄດ້ເຕົ້າ​ໂຮມ​ກັນ​ແລະ​ຮ່ວມ​ກັນສ​ະ​ເຫຼີ​ມສະ​ຫຼອງ​ບຸນ​ໄຫວ້​ພະຈັນ​ຢ່າງ​ຟົດ​ຟື້ນ.

ຢູ່​ໃນ​ປ່າ​ໄມ້​ຈຸ້ຍຢົ້ວຂອງ​ສວນສາທາລະນະ​ຢົ້ວທານຫຼື​ແທ່ນ​ໄຫວ້​ພະຈັນ​ສະ​ໄໝ​ບູຮານ ນ​ະຄອນ​ຫຼວງປັກ​ກິ່ງ, ​ເຈ້ຍ​ແດງ​ທີ່​ຂຽນ​ຄຳ​ອວຍພອນ​ຕໍ່​ຄອບ​ຄົວ​ແລະໝູ່​ເພື່ອ​ທຸກໆ​ໃບ​ໄດ້ມັດ​ໃສ່​ກິ່ງ​ໄມ້​​ເຕັມປ່າ, ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ໃນ​ຍາມ​ບຸນ​ໄຫວ້​ພະຈັນ​ທີ່​ມ່ວນ​ຊື່ນ.

ຢູ່ທຸກ​​ແຫ່ງ​ຫົນ​ໃນເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ລູຊ່ານ, ​ໃນ​ຂະ​ນະ​ທີ່​ສະ​ເຫຼີ​ມສະຫຼອງ​ບຸນ​ໄຫວ້​ພະຈັນ​ຕາມພະ​​ເພນີທ້ອງ​ຖິ່ນ, ປະຊາຊົນເຂດ​ປະສົບ​ໄພກໍ​ສືບ​ຕໍ່​ຄວາມ​ດຸ​ໝັ່ນ​ເຮັດວຽກ, ​ເພື່ອ​ສຸມກຳລັງ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່.

ເພື່ອສົ່ງ​ເສີມ​ວັດທະນະທຳ​ຮີ​ດຄອງ​ປະ​ເພນີ​ຂອງ​ຈີນ, ນະຄອນຊາງ​ຊ່າ​​ເທດສະບານແຂວງ​ຫູ​ນານ​​ໄດ້ຈັດ​ຕັ້ງ​ພະນັກງານ​ໃສ່​ຊຸດ​ລາຊະວົງ​ຮັ້ນ​ແລະ​ປະກອບ​ພິທີ​ບູຊາ​ພະຈັນ​​ເພື່ອ​ຂໍ​ພອນ​ເຊິ່ງ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ອັນ​ເຄັ່ງຂຶມ, ຕອນ​ຄ່ຳ​ມື້ບຸນ​ໄຫວ້​ພະຈັນ, ສວນສາທາລະນະ​ຮວາງ​ເຮີ້​​​ໂຫຼ​ວນະຄອນຫວູຮ້ານກໍ​ໄກ້​ເປີດ​ປະຕູ​ໃຫ້​ປະຊາຊົນ​ເຂົ້າ​ໄປ​ຊົມ​ດວງ​ຈັນ.

​ໃນ​ມື້​ບຸນ​ໄຫວ້​ພະຈັນ, ປະຊາຊົນຜູ້​ປະສົບ​ໄພນ້ຳ​ຖ້ວນ​ຢູ່ເມືອງ​ທົງ​ຈ່ຽງ​ແຂວງ​​ເຮ່​ລົງ​ຈ່ຽງ​ໄດ້​ຮັບການຈັດ​ສັນ​ຢູ່​ອາຄານ​ໃໝ່,​ແລະ​ໄດ້​ຮັບ​ເຂົ້າໜົມ​ໄຫວ້​ພະຈັນ​ແລະ​ເຄື່ອງ​ສົງ​ເຄາະ​ຕ່າງໆ.