ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວປາຖະກະຖາ​ຢູ່​ອາ​ເມ​ລິ​ກາ ບັນ​ລະ​ຍາຍ​ການ​ພົວພັນ​ແບບ​ໃໝ່​ລະຫວ່າ​າງປະ​ເທດ​ໃຫຍ່​ຈີນ-ອາ​ເມ​ລິ​ກາ​ຢ່າງ​ເລິກ​ເຊິ່ງ

(GMT+08:00) 2013-09-21 16:05:29     cri
ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 20 ກັນຍາ​ນີ້, ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ ທ່ານ​ຫວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວປາຖະກະຖາຢູ່​ໃນສະມາຄົມ​ຊາການບຼຸກິ​ງສຊຶ່ງ​ເປັນສະມາຄົມ​ຜູ້​ຊົງ​ຄຸນ​ວຸດ​ທິທີ່​ມີ​ຊື່​ສຽງ​ຂອງ​ອ​າ​ເມ​ລິ​ກາ, ​ໄດ້ບັນ​ລະ​ຍາຍການ​ພົວພັນ​ແບບ​ໃໝ່​ລະຫວ່າງ​ປະ​ເທດ​ໃຫຍ່​ຈີນ-ອາ​ເມ​ລິ​ກາຢ່າງເລິກເຊິ່ງ.

ທ່ານ​ຫວາງ​ອີ້​ກ່າວ​ວ່າ, ​ເດືອນ​ມິຖຸນາ​ປີ​ນີ້, ປະມຸກ​ລັດ​ຂອງ​ສອງ​ປະ​ເທດ​ໄດ້​ຈັດການ​ພົບ​ປະ​ເຈລະຈາ​ຄັ້ງ​ປະຫວັດການຢູ່​​ນິຄົມ​ອັນເນັນເບີກ​ ລັດ​ກາລີຟໍ​ເນຍແລະ​​ໄດ້​ບັນລຸ​ຄວາມ​ຮັບ​ຮູ້ທີ່​​ເປັນ​ເອກະສັນ​ກັນອັນສຳຄັນ, ​ເຫັນ​ດີ​ສ້າງ​ການ​ພົວພັນ​ແບບ​ໃໝ່​ລະຫວ່າງ​ປະ​ເທດ​​ໃຫຍ່​ຈີນ-ອາ​ເມ​ລິ​ກາ, ທ່ານ​ສີຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້ສະຫຼຸບເນື້ອ​ໃນ​ຂອງ​ການ​ພົວພັນ​ແບບ​ໃໝ່​ລະຫວ່າງ​ປະ​ເທດ​ໃຫຍ່​ດ້ວຍ​ 3 ປະ​ໂຫຍ​ກ, ຄື​ບໍ່​ປະ​ທະ​ກັນ ບໍ່​​ເປັນ​ປໍລະປັກ, ​ເຄົາ​ລົບ​ເຊິ່ງກັນ​ແລະ​ກັນ​ແລະ​ຮ່ວມ​ມືກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຈະ​ສ້າງ​ການ​ພົວພັນ​ແບບ​ໃໝ່​ລະຫວ່າງ​ປະ​ເທດ​ໃຫຍ່​ແນວ​ໃດ​ແມ່ນ​ໂຄງການ​ທີ່​ເປັນ​ລະບົບ​ໂຄງການ​ໜຶ່ງ​ຊຶ່ງ​ຕ້ອງການຈີນ​-ອາ​ເມ​ລິ​ກາຮ່ວມກັນ​ປຶກສາ​ຫາລື​ແລະປະຕິບັດ​ຕົວຈິງ​, ພ້ອມ​ທັງ​ກໍ່​ແມ່ນ​ພາລະກິດ​ຍາວ​ນານ​ທີ່​ຕ້ອງການ​ສອງ​ຝ່າຍ​ຮັກສາ​ຄວາມ​ໝັ້ນຄົງ​ທາງ​ການ​​ເມືອງ ​ແລະ​ຊຸກຍູ້​ຢ່າງ​ບໍ່​ລົດ​ລະ.

ທ່ານ​ຫວາງ​ອີ້​ຊີ້​ອອກ​ວ່າ, ການ​ສ້າງ​ການ​ພົວພັນ​ແບບ​ໃໝ່​ລະ​ຫວ່າງ​ປະ​ເທດ​ໃຫຍ່​ຈີນ-ອາ​ເມ​ລິ​ກາ​ກ່ອນ​ອື່ນ​ຄວນ​​ເພີ່ມ​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຍຸດ​ທະ​ສາດຢ່າງ​ບໍ່ຢຸດ​ຢັ້ງ, ອອກ​ແຮ​ງຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ, ​ເຮັດ​ໃຫ້ການ​ພົວພັນ​ແບບ​ໃໝ່​ລະຫວ່າງ​ປະ​ເທດ​ໃຫຍ່​ຂອງ​ສອງ​ປະ​ເທດ​ສ້າງ​ຢູ່ບົນ​ສາຍ​ພານ​ແຫ່ງ​ຜົນ​ປະ​ໂຫຍ​ດທີ່ເລິກ​ເຊິ່ງກວ່າ​ເກົ່າ. ຈີນ-ອາ​ເມ​ລິ​ກາຍັງຕ້ອງ​ເພີ່ມ​ທະວີາການ​ຮ່ວມ​ມື​ໃນບັນຫາ​ຈຸດ​ຮ້ອນ​ຂອງ​ສາກົນ​ແລະ​ພາກ​ພື້ນ​ແລະບັນຫາ​ທົ່ວ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເຮັດ​ໃຫ້ການ​ພົວພັນ​ແບບ​ໃໝ່​ລະຫວ່າງ​ປະ​ເທດ​ໃຫຍ່​ຈີນ-ອາ​ເມ​ລິ​ກາສ້າງ​ຢູ່ບົນ​ພື້ນຖານ​ທີ່​ມີ​ໜ້າ​ທີ່​ຄວາມ​ຮັບຜິດຊອບ​ຮ່ວມ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ.