ສຸ​ເຫຼົ່າອິສລາມ​​ແຫ່ງ​ໜຶ່ງ​ທີ່​ຢູ່​ພາກ​ກາງ​ອີຣັກຖືກ​ຫຼອນໂຈມ​ຕີ ​ຢ່າງ​ໜ້ອຍ​ເຮັດ​ໃຫ້ 18 ຄົນ​ເສຍ​ຊີວິດ

(GMT+08:00) 2013-09-21 16:11:45     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 20 ກັນຍາ​ນີ້, ຕຳຫຼວດອີຣັກກ່າວ​ວ່າ, ຕອນ​ທ່ຽງ​ມື້​ດຽວ​ກັນ, ສຸ​ເຫຼົ່າອິສລາມ​ນິກາຍ​ຊູນີ​ແຫ່ງ​ໜຶ່ງ​ທີ່​ຢູ່​ໃກ້​ນະຄອນ​ຊາ​ມາຣາ ພາກ​ກາງ​ອີຣັກຖືກ​ລະ​ເບີດຫຼອນ​ໂຈມ​ຕີ, ຢ່າງ​ໜ້ອຍ​ເຮັດ​ໃຫ້ 18 ຄົນ​ເສຍ​ຊີວິດ, 21 ຄົນ​ບາດ​ເຈັບ.

ຂ່າວ​ແຈ້ງວ່າ, ການຫຼອນ​ໂຈມ​ຕີ​ເກີດ​ຂຶ້ນ​ຢູ່​ສຸ​ເຫຼົ່າອິສລາມ​ທີ່​ຊື່ວ່າ ມູຊັບ ບິນ ​ໂອ​ມາ ທີ່​ຢູ່​ໃກ້​ນະຄອນ​ຊາ​ມາຣາ ທີ່​ຢູ່​ພາກ​​ເໜືອ​ຂອງ​ນະຄອນຫຼວງ​ແບກ​ແດດ. ​ເວລາ​ນັ້ນ, ມີ​ຊາວມຸສລີ​ມຈຳນວນຫຼວງຫຼາຍ​ກຳລັງ​​ເຕົ້າ​ໂຮມ​ກັນ​ສູດ​ມົນໃນ​ວັນ​ສຸກ​ຢູ່​ໃນ​ສຸ​ເຫຼົ່າອິສລາມ​ດັ່ງກ່າວ, ລະ​ເບີດ​​ແບບ​ງ່າຍໆສອງ​ໜ່ວຍທີ່​ຖືກ​​​ເຊື່ອງ​ໄວ້​ຢູ່​ໃນ​​ເຄື່ອງ​ປັບ​ອາກາດ​ນັ້ນ​ໄດ້​ລະ​ເບີດ​ຂຶ້ນ​ຢ່າງ​ກະທັນຫັນ, ​ເຮັດ​ໃຫ້ມີຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບຢ່າງຫຼວງຫຼາຍ. ຫຼັງຈາກ​​ເຫດການລະ​ເບີດ​ເກີດ​ຂຶ້ນ​ແລ້ວ, ກອງ​ທະຫານປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ອີຣັກ​ໄດ້​ປິດ​​ບໍລິ​ເວນອ້ອມ​ແອ້ມ​ສຸ​ເຫຼົ່າຢ່າງ​ວ່ອງ​ໄວ, ​ເພື່ອຫຼີກ​ເວັ້ນບໍ່​ໃຫ້​ເກີດ​ການຫຼອນ​ໂຈມ​ຕີ​ອີກ. ຈຳນວນ​ຄົນ​ເສ​ຍຊີວິດ​ແລະ​ບາດ​​ເຈັບ​ອາດ​ຈະ​ເພີ່ມ​ຂຶ້ນ​ອີກ.