ການ​ຢ້ຽມຢາມ​ນິວຢອກ​ຂອງ​ທ່ານ​ໂຣຮາ​ນີ ປະທານາທິບໍດີ​ອີຣານ​ໄດ້​ສະ​ແດງ​ອອກ​ຄວາມ​ຄ່ອງ​ແຄ້ວທາງ​ການ​ຕ່າງປະ​ເທດ ມີຫວັງ​ສະ​ເໜີ​ອອກ​ຂໍ້​ສະ​ເໜີ​ອັນ​ສຳຄັນ​ໃນ​ບັນຫາ​ນິວ​ເຄຼຍອີຣານ

(GMT+08:00) 2013-09-21 16:19:39     cri

ຕາມ​ຂ່າວcri: ອີງ​ຕາມ​ຂ່າວສານ​ສາທາລະນະ​ລັດ​ອີສຣາມອີຣານລາຍ​ງານ​ໃນ​ວັນ​ທີ20 ກັນຍາ​ນີ້​ວ່າ, ວັນ​ທີ22 ກັນຍາ​ນີ້, ທ່ານ​ຮາ​ຊານ ​ໂຣຮາ​ນີຈະ​ເດີນທາງ​ໄປ​ຢ້ຽມຢາມ​ນິວຢອກ, ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 68. ສື່​ມວນ​ຊົນ​ອີຣານກ່າວ​ວ່າ, ການ​ຢ້ຽມຢາມ​ນິວຢອກຂອງ​ທ່ານ​ໂຣຮາ​ນີຈະ​ເປັນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ອັນ​ສຳຄັນ​ທີ່​ສຸດ​ຫຼັງ​ຈາກ​ລັດຖະບານ​ຊຸດ​ໃໝ່​ຂອງ​ອີຣານສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້າມາ. ທ່ານ​ອາດ​ຈະ​ສະ​ເໜີ​ຂໍ້​ສະ​ເໜີ​ອັນ​ສຳຄັນ​ຂອງ​ອີຣານ​ໃນ​ບັນຫາ​ນິວ​ເຄຼຍ, ​ເພື່ອ​ຍາດ​ແຍ່ງ​ໃຫ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ກັບ 6 ປະ​ເທດ​ໂດຍ​ໄວ.

ຕາມ​ແນະນຳ​ວ່າ, ທ່ານຣູຮາ​ນີຈະ​ພົບ​ປະ​ທ່ານ​ບັນ​ກີ​ມູນ ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ, ທ່ານ​ຟຼັງຊົວ ​ໂອ​ລັງ​ດ໌ ປະທານາທິບໍດີ​ຝັ່ງ​​ແລະ​ທ່ານ​ອື່ນໆຢູ່​ນິວຢອກ, ຍັງ​ຈະ​ກ່າວ​ຄຳ​ປາ​ໄສ​ຢູ່​ສະຖານທີ່​ອັນ​ສຳຄັນ 3 ​ແຫ່ງ. ນອກ​ນີ້, ທ່ານ​ໂຣຮາ​ນີຍັງ​​​ໃຫ້​ຄວາມ​ສຳຄັນ​ຫຼາຍ" ຕໍ່ການ​ຕ່າງປະ​ເທດ​ທາງສື່​ມວນ​ຊົນ", ຈະ​​ໃຫ້​ສຳພາດ​ຕໍ່ສື່​ມວນ​ຊົນ​ຂອງ​ອາ​ເມ​ລິ​ກາ​ເປັນ​ຕົ້ນ.

ນັກວິ​ເຄາະ​ເຫັນ​ວ່າ, ນະ​ໂຍບາຍ​​ໃໝ່​ທາງ​ການ​ຕ່າງປະ​ເທດ​ຂອງ​ອີຣານຈະ​ໄດ້​ຮັບ​ຫຼາຍ​ປານ​ໃດມີ​ຜົນ​ຍັງ​ຕ້ອງ​ຄອຍ​ຖ້າ​ເບິ່ງ. ກ່ອນ​ອື່ນ, ນະ​ໂຍບາຍ​ໃໝ່​ທາງ​ການ​ຕ່າງປະ​ເທດ​ຂອງ​ອີຣານປະ​ເຊີນ​ໜ້າ​ກັບຄວາມ​ກົດ​ດັນ​ພາຍ​ໃນ​ປະ​ເທດ. ຖັດມາ, ຍ້ອນ​ວ່າ​ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ມາຫຼາຍ​ປີ, ນະ​ໂຍບາຍ​ໃໝ່​ທາງ​ການ​ຕ່າງ​ປະ​​ເທດ​ຂອງ​ອີຣານຈະໄດ້​ຮັບ​ການ​ຕອບ​ຮັບອັງ​ຕັ້ງໜ້າຈາກຝ່າຍ​ຕາ​ເວັນ​ຕົກ​ໃນ​ລະດັບ​​ໃດຍັງ​ມີ​ຄວາມ​ສົງ​ໄສຢູ່.