ທ່ານ​ປູຕິນກ່າວ​ເນັ້ນ​ອີກ​ເທື່ອ​ວ່າ​ຄວນ​ແກ້​ໄຂ​ວິ​ກິດ​ການ​ຊີຣີພາຍ​ໃຕ້​ຂອບ​ອົງການ​ສະຫະ​ປະຊາ​ຊາດ

(GMT+08:00) 2013-09-22 16:37:38     cri
ຕາມ​ຂ່າວCRI: ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະ​ໂມ​ສອນ​ອະພິປາຍ​ສາກົນ​ວາ​ນໄດ​ທີ່​ເຊິ່ງ​ແມ່ນຂ່າວສານ ຣັດ​ເຊຍ, ​ແລະ​ຄະນະ​ກຳມະການ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ການປ້ອງ​ກັນ​ປະ​ເທດຣັດ​ເຊຍ​ຮ່ວມ​ກັນ​​ເປັນ​ເຈົ້າພາບ​ນັ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ວາ​ນໄດ​ທາງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງຣັດ​ເຊ​ຍ​ແຕ່​ວັນ​ທີ 16 ຫາ​ວັນ​ທີ 19 ກັນຍາ​ນີ້, ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ກັນຍາ​ນີ້, ທ່ານ​ວຼາດີ​ເມຍ ປູ​ຕິນ, ປະທານາທິບໍດີຣັດ​ເຊ​ຍ​ໄດ້​ກ່າວ​ຄຳ​ປາ​ໄສ​ແລະ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ຊີຣີອີກ​ເທື່ອ​ໜຶ່ງ.

ທ່ານ​ປູ​ຕິນກ່າວ​ວ່າ, ຣັດ​ເຊຍ​ບໍ່​ມີ​ຜົນ​ປະ​ໂຫຍ​ດພິ​ເສດ​ໃດໆ​ຢູ່​ຊີຣີ, ການ​ປົກ​ປ້ອງ​ອຳນາດ​ການ​ປົກ​ຄອງຊີຣີ​ຊຸດ​ປັດຈຸບັນ​ແມ່ນ​ເພື່ອ​ປົກ​ປັກ​ຮັກສາ​ຫຼັກ​ມາດຖານ​ຂອງ​ກົດໝາຍ​ສາກົນ. ການ​ຈະໂຈມ​ຕີ​​ຊີຣີຫຼື​ບໍ່​ຄວນ​ປຶກສາ​ຫາລື​ແລະ​ຕົກລົງ​ກັນພາຍ​ໃຕ້​ຂອບ​ອົງການ​ສະຫະ​ປະຊາ​ຊາດ, ຫາກ​ບໍ່​ແມ່ນ​ໃຫ້​ລັດຖະສະພາ​ອາ​ເມ​ລິ​ກາ​ເປັນ​ຜູ້​ຕົກລົງ. ທ່ານ​ປູ​ຕິນ​ເຫັນ​ວ່າ, ບໍ່​ວ່າ​ຈະປະ​ເຊີ​ນກັບ​ຄວາມ​ຫຍຸ້ງຍາກ​ສັບສົນ​ປານ​ໃດ​ກໍ​ຕາມ​, ກໍ່​ຄວນ​ຊຸກຍູ້​​ໃຫ້ລັດຖະບານ​ຊີຣີ​ແລະ​ຝ່າຍ​ຕໍ່ຕ້ານ​ດຳ​ເນີນ​ການ​ເຈລະຈາກັນ, ​​ເພື່ອ​ຊອກ​ຫາ​ຈຸດ​ສົມ​ດຸ່ນດ້ານຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ຝ່າຍ, ພຽງ​​ແຕ່ເຮັດ​ຄື​ແນວ​ນີ້, ສະຖານະ​ການ​ຢູ່ຊີຣີຈຶ່ງ​ມີ​ຄວາມ​ອາດ​ສາມາດ​ທີ່​ຮັກສາ​ທ່າ​ອຽງການ​ປັບປຸງ​ດີ​ຂຶ້ນ​ໃນ​ໄລຍະ​ຍາວ.

ກ່ຽວ​ກັບ​ບັນຫາ​ທີ່​ເຄີ​ຍ​ໃຊ້​ອາວຸດ​ເຄມີ​ຢູ່​​ຊີຣີ, ທ່ານ​ປູ​ຕິນກ່າວ​ວ່າ, ປັດຈຸບັນ​ຍັງ​ບໍ່​ສາມາດ​ຕົກ​ລົງ​ຄັກ​ແນ່​ວ່າ​ແມ່ນ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ຊີຣີຫຼື​ອຳນາດ​ການ​ປົກຄອງ​ບາ​ຊາ​ໄດ້​ໃຊ້​ອາວຸດ​ເຄມີ, ​ແລະ​ຄວນ​ທຳ​ການຕົກລົງ​ພາຍ​ໃຕ້​ຂອບ​ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ. ສ່ວນ​ການ​ປຶກສາ​ຫາລື​ເພື່ອ​ຫາ​ຄວາມ​ຮັບຜິດຊອບ​ຂອງ​ລັດຖະບານ​ຊີຣີແມ່ນ​​ເປັນການ​ກະທຳ "ທ້າ​ທາຍ​ເກາະ​ຜິດ"ຢ່າງ​ສົມບູນ.