ເກີດ​ເຫດ​ການ​ກຸ່ມ​ປະ​ກອບ​ອາ​ວຸດ​ໂຈມ​ຕີ​ສູນ​ການ​ຄ້າ​ຢູ່​ນະ​ຄອນ​ຫຼວງ​ໄນ​ໂຣ​ບີ​ຂອງ​ເຄັນ​ຢາ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​43ຄົນ

(GMT+08:00) 2013-09-22 13:34:25     cri

ວັນທີ 21 ກັນຍານີ້, ມື​ປືນ​ທີ່​ບໍ່​ຊາບ​ຝ່າຍ​ກຸ່ມ​ໜຶ່ງ​ໄດ້​ຫຼອນ​ໂຈມ​ຕີ​ສູນ​ການ​ຄ້າ​ເວັສທ໌ເກັດຂອງ​ນະ​ຄອນ​ຫຼວງ​ໄນ​ໂຣ​ບີ​ຂອງ​ເຄັນ​ຢາ​ແລະ​ໄດ້​ຍິງ​ປະ​ທະ​ກັນ​ກັບ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ

ຕອນທ່ຽງວັນທີ 21 ກັນຍານີ້, ຕາມເວລາທ້ອງຖິ່ນ,ຢູ່​ສູນ​ການ​ຄ້າ​​ທີ່ມີຊື່ສຽງແຫ່ງ​ໜຶ່ງທີ່ນະຄອນຫຼວງ​ໄນ​ໂຣບີ​ຂອງ​ເຄັນ​ຢາ​ໄດ້​ເກີດ​ການ​ຍິງ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ກັບ​ກຸ່ມ​ປະ​ກອບ​ອາ​ວຸດ,ມາ​ຮອດ​ປະຈຸ​ບັນ​ຢ່າງ​ໜ້ອຍ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 43 ຄົນ, ບາດ​ເຈັບ 200​ຄົນ. ປະຈຸ​ບັນ, ສອງ​ຝ່າຍ​ຍັງປະເຊີນໜ້າ​ກັນ​ຢູ່.

ມືປືນຍິງປະທະກັນກັບເຈົ້າໜ້າທີ່ຕຳຫຼວດ

ທ່ານ​ເບັນ​ເຊີນ ຄີ​ບູ ຜູ້​ບັນຊາ​ການ​ຕຳຫຼວດ​ໄນ​ໂຣບີ​ກ່າວ​ວ່າ: ​ໃນ​ວັນ​ທີ 21 ກັນຍາ​ນີ້, ຢ່າງ​ໜ້ອຍ​ມີ​ຜູ້​ປະກອບ​ອາວຸດ 5 ຄົນ​ໄດ້​ບຸກ​ເຂົ້າ​​ໄປ​ໃນອາຄານ​ສູນ​ການ​ຄ້າ​ເວັສ​ທ໌​ເກັດ​ເພື່ອ​ປຸ້ນ​ສະດົມສິ່ງ​ຂອງ, ພາຍຫຼັງ​​ເຈົ້າ​ໜ້າ​ທີ່​ຕຳຫຼວດໄປ​ເຖິງ​ສູນ​ການ​ຄ້າ​​ເປັນ​ການ​ດ່ວນ​ແລ້ວ, ສອງ​ຝ່າຍ​ໄດ້​ຍິງ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ.

ຕາມ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທີ່ຢູ່​ສະຖານ​ທີ່​ເກີດ​ເຫດ​​ແຈ້ງ​ໃຫ້​ຊາບ​ວ່າ: ມີ​ຜູ້​ປະກອບ​ອາວຸດ​ຜູ້​ໜຶ່ງ​ຖືກ​ຍິງ​ໄດ້​ຮັບ​ບາດ​ເຈັບ, ​ແລະ​ໄດ້​ຖືກ​ສົ່ງ​ໄປ​ປິ່ນ​ປົວ​ແລະ​ຄຸມ​ຕົວຢູ່​ໂຮງໝໍ​ແລ້ວ. ນອກ​ນີ້,ຍັງ​ມີຜູ້​ປະກອບ​ອາວຸດ​ປະມານ 10​ຄົນ​ຍັງ​ບໍ່​ຍອມ​ວາງ​ອາ​ວຸດ​ແລະ​ທຳ​ການ​ຕໍ່​ສູ້​ກັບ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຢູ່​ໃນ​ຮ້ານ​ຊຸບ​ເປີ​ມາ​ເກັດ​ແຫ່ງ​ໜຶ່ງ​ຢູ່​ຊັ້ນ​ທີ​ໜຶ່ງ​ຂອງ​ສູນ​ການ​ຄ້າ, ທະ​ຫານ​ແລະ​ຕຳ​ຫຼວດ​ບໍ່​ສາ​ມາດ​ເຂົ້າໃກ້ໄດ້. ຕາມ​ສື່ມວນ​ຊົນ​ເຄັນ​ຢາ​ລາຍ​ງານ​ວ່າ: ພວກ​ປະ​ກອບ​ອາ​ວຸດ​ໄດ້​ກັກ​ຕົວ​ປະ​ກັນ​ໄວ້. ມີ​ຜູ້​ເ​ຫັນ​ເຫດ​ການ​ໃຫ້​ຮູ້​ວ່າ, ພວກ​ປະ​ກອບ​ອາ​ວຸດ​ໄດ້​ແກວ່າງ​ໝາກ​ແຕກ, ລູກ​ຄ້າ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ໂຕນ​ໜີ​ອອກ​ຈາກ​ສູນ​ການ​ຄ້າ.

ນອກນີ້, ສະຖານທູດຈີນປະຈຳເຄັນຢາໄດ້ຢືນຢັນຕໍ່ສື່ມວນຊົນວ່າ, ຕາມ​ການ​ກວດ​ກາ​ໃນ​ເບື້ອງ​ຕົ້ນ​ແລ້ວ,​ບໍ່​ໄດ້​ພົບ​ວ່າ​ມີ​ຄົນ​ຈີນ​ໄດ້​ຮັບ​ບາດ​ເຈັບ​ໃນເຫດການຫຼອນໂຈມຕີໃນຄັ້ງນີ້.

1 2