ບໍລິສັດ​ການບິນ​ຫຼາຍ​ແຫ່ງ​ຂອງ​ສ ເກົາຫຼີ​ໄດ້​ຫຼຸດ​ຈຳນວນ​ຖ້ຽວ​ບິນ​ໄປ​ຍີ່​ປຸ່ນ​ໃຫ້ໜ້ອຍລົງ

(GMT+08:00) 2013-09-22 15:22:37     cri
ຂ່າວສານ​​ໂຢນຮັບ​ ສ.ເກົາຫຼີລາຍ​ງານ​ໃນ​ວັນ​ທີ 22 ກັນຍາ​ນີ້​ວ່າ, ​​ຍ້ອນ​ໄດ້​ຮັບ​ຜົນສະທ້ອນ​ຈາກ​ນ້ຳ​ປົນ​ເປື້ອນສານ​ກຳ​ມັນ​ຕະພາບ​ລັງສີ​ຮົ່ວ​ໄຫຼ​ອອກ​ຈາກ​ໂຮງ​ໄຟຟ້າ​ນີວ​ເຄຼຍຟູ​ຄູ​ຊີ​ມະ​ຍີ່​ປຸ່ນ​ແລະ​ສາ​ເຫດ​ອື່ນໆ, ບໍລິສັດ​ການບິນ​ຫຼາຍ​ແຫ່ງ​ຂອງ​ສ ​ເກົາຫຼີ​ໄດ້​ຫຼຸດ​ຈຳນວນ​ຖ້ຽວ​ບິນ​ທີ່​ບິນ​ໄປ​ຍີ່​ປຸ່ນ​ໃຫ້​ໜ້ອຍ​ລົງ.

ຕາມ​ຕາຕະລາງ​​ເວລາ​ການບິນ​ໃນລະດູ​ໜາວ​ຂອງ​ບໍລິສັດ​ການບິນKorean Air ທີ່​ຈະ​ເລີ່​ມ​ປະຕິບັດ​​ແຕ່​ວັນ​ທີ 27 ຕຸລາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ, ຖ້ຽວ​ບິນ​ທີ່​ບິນ​ໄປ​ໂອ​ຄາ​ຢາ​ມະ​ຈະ​ຫຼຸດ​ລົງ​ຈາກ ອາທິດ​ລະ 7ຖ້ຽວ​​ໃຫ້​ເຫຼືອ​ ອາທິດ​ລະ 4 ຖ້ຽວ, ຖ້ຽວ​ບິນ​ທີ່​ບິນ​ໄປ ນິອິອາ​ຕະ ຈະ​ຫຼຸດ​ລົງ​ຈາກ ອາທິດ​ລະ 7 ຖ້ຽວ​​ໃຫ້​ເຫຼືອ​າທິດ​ລະ 5 ຖ້ຽວ, ຍົນ​ປະຕິບັດໜ້າ​ທີ່​ການບິນ​ໄປ​ໂອຊາ​ຄະຈະ​ປ່ຽນ​ຈາກ​ຍົນ​ໂບອີງຂະໜາດ​ກາງ777-200​ປ່ຽນ​ມາ​ໃຊ້​ຍົນ​ໂບ​ອີງ​ຂະ​ໜາດ​ນ້ອຍ​737​ແທນ. ກ່ອນ​ຈະ​ປະຕິບັດ​ຕາຕະລາງ​ເວລາ​ການບິນ​ໃນລະດູ​ໜາວ​ຄື​ໃນ​ເດືອນ​ກັນຍາ​ນີ້, ບໍລິສັດ​ການ​ບິນ​Asiana Airlines ກໍ​ໄດ້​ຫຼຸດ​ຈຳນວນ​ຖ້ຽວ​ບິນ​ທີ່​ບິນ​ໄປ​ເຂດ​ໂຮ​ນຊູ​ຂອງ​ຍີ່​ປຸ່ນມາ​ກ່ອນແລ້ວ.

ຜູ້​ປະກອບ​ການ​ຂະ​ແໜງ​ການ​ການບິນ​ສ ​ເກົາຫຼີ​ກ່າວ​ວ່າ: ​ແນວ​​ໃດ​ກໍ່ຕາມ, ບາງ​ເຂດ​ແຄວ້ນ​ຂອງ​ຍີ່​ປຸ່ນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ການ​ມົນ​ລະ​ພິດ​ດ້ານກຳ​ມັນ​ຕະພາບ​ລັງສີ​ນີວ​ເຄຼຍ, ດ້ວຍ​ເຫດ​ນີ້,​ໄດ້ພາ​ໃຫ້​ຄວາມ​ຕ້ອງການ​ເດີນທາງ​ໄປ​ເຂດ​ເຫຼົ່າ​ນີ້​ ​ຫຼຸດ​ໜ້ອຍ​ລົງຈິ່ງ​ເຮັດ​ໃຫ້​ບໍລິສັດ​ການ​ບິນ​ຫຼຸດ​ຈຳນວນ​ຖ້ຽວ​ບິນ​ທີ່​ບິນ​ໄປ​ເຂດ​​ເຫຼົ່າ​ນີ້.