ການ​ອະພິປາຍ​ທົ່ວ​ໄປ​ຂອງກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ສະ​ໄໝ​ທີ 68 ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້

(GMT+08:00) 2013-09-22 15:28:21     cri
ການ​ອະພິປາຍ​ທົ່ວ​ໄປ​ຂອງ​ກອງ​ປະຊຸມສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ສະ​ໄໝ​ທີ 68 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ກັນຍາ​ນີ້ ​ແລະ​ຈະ​ສິ້ນ​ສຸດ​ລົງ​ໃນ​​ວັນ​ທີ 1 ຕຸລາ​ໜ້າ​ນີ້. ທ່ານ​ຫວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ໂດຍ​ຈະ​ແນະນຳທດສະນະ​ແລະ​ນ​ະ​ໂຍບາຍ​ດ້ານ​ການ​ຕ່າງປະ​ເທດ​ຂອງ​​ລັດຖະບານ​ຊຸດ​ໃໝ່ຂອງ​ຈີນ,  ມີ193ປະ​ເທດ​ສະມາຊິກ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ປະຈຸ​ບັນ​ຈະ​ສົ່ງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫຼື​ເຈົ້າ​ໜ້າ​ທີ່ອາວຸ​ໂສ​ກະຊວງ​ຕ່າງໆ​ຂອງ​ຕົນນຳພາ​ຄະນະ​ຜູ້​ແທນ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນຄັ້ງ​ນີ້​ເຊັ່ນ​ກັນ.

ສິ່ງ​ທີ່ຄວນ​ເອົາ​ໃຈ​ໃສ່​ນັ້ນ​​ແມ່ນ, ນອກຈາກ ທ່ານ​ຫວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປ​ະ​ເທດ​ຈີນ​ປະກົດ​ຕົວ​​ເປັນຄັ້ງ​ທຳ​ອິດຢູ່​ທີ່​ກອງ​ປະຊຸມສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໃນ​ປີ​ນີ້​ແລ້ວ, ທ່ານ​ຮາ​ຊັນ ​ໂຣ​ຮາ​ນີ ຜູ້​ນຳ​ຄົນ​ໃໝ່​ຂອງ​ອີຣານກໍປະກົດ​ຕົວ​ຢູ່​ທີ່​ກອງ​ປະຊຸມສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ເຊັ່ນ​ກັນ​ນັ້ນ​ກໍ່​ແມ່ນ​ບຸກຄົນສຳຄັນທີ່ສື່​ມວນ​ຊົນ​ຈະສຸມ​ໃສ່​ການ​ລາຍ​ງານ. ພາຍຫຼັງ​ທ່ານ​ໂຣ​ຮາ​ນີ​ກ່າວ​ຢ່າງ​ຈະ​ແຈ້ງວ່າ​ອີຣານຈະ​ບໍ່​ພັດທະນາ​ອາວຸດ​ນີວ​ເຄຼຍ​ແລ້ວ, ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ອີຣານ​ໄດ້​ມີ​ທ່າ​ອ່ຽງຟື້ນ​ຟູ​ດີ​ຂຶ້ນ, ວົງ​ການ​ພາຍ​ນອກ​ໄດ້​ຄາດ​ຄະ​ເນ​ວ່າ​ຜູ້​ນຳ​ສອງ​ປະ​ເທດ​ດັ່ງກ່າວ​ນີ້ອາດ​ຈະ​ພົບ​ປະ​ກັນແບບ​ບັງ​ເອີນ​ຢູ່​ໃນກອງ​ປະຊຸມສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໃນ​ຄັ້ງ​ນີ້.

ກ່ຽວ​ກັບ​ຫົວ​ຂໍ້​ຈຸດ​ສຸມ​ຂອງ​ກອງ​ປະຊຸມສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງ​ນີ້, ​ເວົ້າ​ງ່າຍໆ, ວິ​ກິດ​ການ​ຊີຣີຕ້ອງ​ແມ່ນ​ຫົວ​ຂໍ້​ສຳຄັນອັນ​ດັບ​ໜຶ່ງ​ແນ່ນອນ, ນອກ​ນີ້, ບັນຫາ​ນີວ​ເຄຼຍຂອງ​ອີຣານ, ບັນຫາ​ການ​ພັດທະນາ​ແບບ​ຍືນ​ຍົງພ້ອມ​ດ້ວຍ​ບັນຫາ​ຄົນ​ພິການ​ລ້ວນ​ແຕ່​ຈະ​ກາຍ​ເປັນ​ຫົວ​ຂໍ້​ຈຸດ​ສຸມ​ຂອງກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໃນ​ຄັ້ງ​ນີ້.