ທ່ານ​ຫວາງ​ອີ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເຄຣີ

(GMT+08:00) 2013-09-22 10:16:00     cri

ວັນ​ທີ 19 ກັນຍາ​ນີ້, ທ່ານ​ຫວາງ​ອີ້ ລັດຖະມົນຕີ​ວ່າການ​ກຊະວງການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຈອອ ​ເຄີຣີ ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຢູ່​ທີ່ນະຄອນຫລວງ​ວໍ​ຊິງ​ຕັນ​ຂອງ​ອາ​ເມ​ລິ​ກາ.

ທ່ານ​ຫວາງ​ອີ້​ຊີ້​ອອກ​ວ່າ, ການ​ສ້າງ​ກາ​ນພົວພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃຫ້​ເປັນ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ໃຫຍ່​ແບບ​ໃຫມ່​ແມ່ນທາງ​ເລືອກ​ດ້ານ​ຍຸດ​ທະ​ສາດ​ຂອງ​ສອງ​ຝ່າຍ​ທີ່​ອີງ​ໃສ່​ສະພາບ​ການ​ຂອງ​ໂລກ,​ ສະພາບ​ການ​ແຫ່ງ​ຊາດ​ຂອງ​ຕົນ​ແລະສະພາບ​ການ​ພັດທະນາ​ຂອງ​ການ​ພົວພັນສອງ​ປະ​ເທດ,ມີ​ຊ່ອງ​ຫວ່າງ​​ແລະ​ກຳລັງ​ບົ່ມ​ຊ້ອນ​ໃນ​ການ​ພັດທະນາ​ອັນທະ​ຫາ​ສານ. ສິ່ງ​ສຳຄັນ​ນັ້ນ​ແມ່ນ, ສອງ​ຝ່າຍ​ຄວນຊຸກ​ຍູ້​​ໃຫ້ການ​ພົວພັນ​ແບບ​ໃຫມ່ບັນລຸຜົນ​ເປັນ​ຈິງ​ດ້ວຍ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ແລະ​ການ​ຮ່ວມ​ມື​ລະອຽດ.ສອງ​ຝ່າຍ​ໄດ້​ແລກ ປ່ຽນຄວາມ​ເຫັນ​ກ່ຽວ​ກັບ​ການ​ຮັກສາ​ການ​ໄປມາຫາສູ່​ກັນ​ໃນ​ລະດັບ​ສູງ​ລະຫວ່າງ​ສອງ​ຝ່າຍ, ການ​ແກ້​ໄຂ​ບັນຫາທີ່​ອ່ອນ​ໄຫວ​ຢ່າງ​ເຫມາະ​ສົມ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ທຸກ​ຂົງ​ເຂດ.

ກ່ຽວ​ກັບ​ບັນຫາ​ຊີຣີ, ທ່ານ​ຫວາງ​ອີ້​ກ່າວ​ເນັ້ນ​ວ່າ, ຈີນ​ຄັດຄ້ານ​ປະ​ເທດ​ໃດໆ​ແລະ​ບຸກຄົນ​ໃດໆທີ່​ໄດ້​ນຳ​ໃຊ້​ອາວຸດ​ເຄມີ,ຊົມ​ເຊີຍ​ອາ​ເມ​ລິ​ກາ​ແລະຣັດ​ເຊຍທີ່​ໄດ້​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນຍາ​ຂອບ​ກ່ຽວ​ກັບ​ບັນຫາ​ອາວຸດ​ເຄມີ​ຂອງ​ຊີຣີ. ປັດຈຸບັນ, ຕ້ອງການ​ໃຫ້​ປະຊາ​ຄົມ​ໂລກ​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ບັນຫາ​ນີ້​ໂດຍ​ໄວ, ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ​ແລະ​ສະພາ​ມົນຕີ​ຄວາມ​ຫມັ້ນຄົງ​ສະຫະ​ປະຊາ​ຊາດ.ບັນຫາ​ຊີ​ຣີຍັງ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ທາງ​ການ​ເມືອງ​ໃນ​ທີ່​ສຸດ, ຈີນ​ຍິນ​ດີ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍບົດບາດ​ທີ່​ມີ​ລັກ​ສະສະ​ສ້າງສັນ​ເພື່ອ​ບັນຫາ​ນີ້.

ສອງ​ຝ່າຍ​ຍັງ​ໄດ້​​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະຖານະ​ການ​ຫລ້າ​ສຸດ​ຂອງ​ບັນຫາ​ນິວ​ເຄຼຍ​ແຫລມ​ເກົາຫລີ, ​ແລະ​ໄດ້​ມີ​ການ​ຄົ້ນຄວ້າ​ຢ່າງ​ມີ​ຜົນ​ດີ​ກ່ຽວ​ກັບ​ການ​ເຮັດ​ແນວ​ໃດ​ຈັດການ​ເຈລະຈາ 6 ຝ່າຍ​ຄືນ​ໃຫມ່.