ໂປ​ຊີ​ໄລ​ຖືກ​ຕັດ​ສີນ​ໂທດ​ຈຳ​ຄຸກ​ຕະຫຼອດ​ຊີວິດ

(GMT+08:00) 2013-09-22 15:17:49     cri
ຕາມ​ຂ່າວສານ​ຊິ​ນຮວາ: ຕອນ​​ເຊົ້າ​ວັນ​ທີ 22 ກັນຍາ​ນີ້, ສານ​ປະຊາຊົນ​ຊັ້ນ​ກາງ​ນະຄອນ​ຈີ​ນານ​ຈີນ​ໄດ້​ປະກາດ​ຄຳ​ພິພາກສາ​ກ່ຽວ​ກັບຄະ​ດີ​ທີ່​ໂປຊີ​ໄລ ອະດີດ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ອະດີດ​ເລຂາ​ພັກ​ນະຄອນ​ຈົ່ງ​ກິ່ງ ຈຳ​ເລີຍ​ຄະດີກິນ​ສິນ​ບົນ, ສໍ້​ລາດ​ບັງ​ຫຼວງ​ ແລະ ​ໃຊ້ສິດ​ຕຳ​ແໜ່​ງ​ໃນ​ທາງ​ບໍ່​ຖືກຕ້ອງ.​ໂດຍຕັດສິນລົງ​ໂທດ ໂປຊີ​ໄລ ​ ​ຈຳ​ຄຸກ​ຕະຫຼອດ​ຊີວິດ​ແລະຕັດ​ສິດ​ທາງ​ການ​ເມືອງ​ຕະຫຼອດ​ຊີວິດ​ໃນ​ຂໍ້​ຫາກິນ​ສິນ​ບົນ, ສໍ້​ລາດ​ບັງ​ຫຼວງ​ແລະໃຊ້​ສິດ​ຕຳ​ແໜ່ງ​ໃນ​ທາງ​ບໍ່​ຖືກຕ້ອງ​.