ຈີນ​ຍິງ​ສົ່ງ​ດາວ​ທຽມ​ອຸຕຸນິຍົມ "​ເຟີ່ງຢຸນ​ເລກ 3" ດວງ​ທີ 3 ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2013-09-23 16:19:38     cri
​ວັນ​ທີ 23 ກັນຍາ​ນີ້​ເວລາ 11 ​ໂມງ, ຈີນ​ໄດ້​ຍິງ​ສົ່ງ​ດາວ​ທຽມ​ອຸ​ຕຸນິຍົມ "​ເຟີ່ງຢຸນ​ເລກ 3" ດວງທີ 3 ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ທ້າຍ​ຢວນ​ຢ່າງ​ສຳ​ເລັດ​ຜົນ.

ຕາມ​ຂ່າວ​ແຈ້ງວ່າ, ດາວທຽມ​ອຸ​ຕຸ​ນິຍົມ "​ເຟີ່ງຢຸນ​ເລກ 3" ດວງທີ 3 ຂອງ​ຈີນ​ຈະ​ຮ່ວມ​ກັນ​​ໂຄຈອນ​ກັບ​ດາວ​ທຽມ "​ເຟີ່ງຢຸນ​ເລກ 3" ສອງ​ດວງ​ທີ່​ພວມ​ໂຄຈອນ​ຢູ່​ຫ່ວງ​ອະວະກາດ​, ​ເວລາ​ປະກາດ​ຕົວ​ເລກຕິດຕາມ​ວັດ​ແທກ​ຫຼ້າ​ສຸດຈະ​ຈາກ 12 ຊົ່ວ​ໂມງ​ໃນ​ປັດຈຸບັນ​ຫຼຸ​ດ​ເປັນ​ເວລາ 6 ຊົ່ວ​ໂມງ, ​ໄດ້​ຍົກ​ສູງ​ຄວາມ​ສາມາດການ​ຕິດຕາມ​ວັດ​ແທກດ້ານ​ອຸ​ຕຸ​ນິຍົມ​ແລະ​ຄວາມ​ສາມາດ​ພະຍາກອນ​ອາກາດ​ໄລຍະ​ກາງຂອງ​ຈີນ​ຕື່ມ​ອີກ.

ດາວ​ທຽມ​ອຸຕຸນິຍົມ "​ເຟີ່ງຢຸນ​ເລກ 3" ​ແມ່ນ​ດາວ​ທຽມ​ອຸ​ຕຸ​ນິຍົມ​ລຸ້ນທີ 2 ຂອງ​ຈີນ, ສາມາດ​ຕິດຕາມ​ວັດ​ແທກ​ອາກາດ​ໄດ້​ທົ່ວ​ໂລກທຸກ​ເວລາ, ຕົ້ນຕໍ​ຈະ​ສະໜອງ​ຂໍ້​ມູນ​ການ​ຄົ້ນຄວ້າ​ດ້ານ​ອຸຕຸ​ນິຍົມ​ໃຫ້​ແກ່​ວຽກ​ງານພະຍາກອນ​ອາກາດ​ໄລຍະ​ກາງ, ​ແລະ​ຕິດຕາມ​ໄພ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ​ຂະໜາດ​ໃຫຍ່, ພ້ອມ​ກັນ​ນັ້ນກໍ​ຈະສະໜອງ​ຂໍ້​ມູນດ້ານ​ອຸຕຸນິຍົມ​ໃຫ້​ແກ່​ການ​ຄົ້ນຄວ້າ​ການ​ປ່ຽນ​ແປງ​ຂອງ​ສິ່ງ​ແວດ​ລ້ອມ​ໃນ​ທົ່ວ​ໂລກ, ຊອກ​ຄົ້ນ​ກົດ​ເກນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ໂລກ​ຕະຫຼອດ​ເຖິງ​ການບິນ​ແລະ​ການ​ເດີນ​ເຮືອ​ເປັນ​ຕົ້ນ.