ກອງ​ປະຊຸມ​​ເປິ​ດສົກຮຽນ​ໃໝ່​ຂອງ​ຄະນະສະ​ມາ​ຄົມ​ນັກ​ສຶກສາລາ​ວປະ​ຈຳ​ປັກ​ກິ່ງ ສົກຮຽນ 2013-2014

(GMT+08:00) 2013-09-23 11:47:02     cri

ຕອນ​ບ່າຍ​ວັນ​ທີ 14 ກັນຍາ​ນີ້,ຢູ​ສະຖານ​ເອກ​ອັກຄະ​ລັດຖະທູດ ສປປ ລາວ ປະ​ຈຳນະຄອນຫລວງ​ປັກ​ກິ່ງ ​ຄະນະ​ສະມາຄົມ​ນັກ​ສຶກສາລາ​ວ ປະຈຳ​ປັກ​ກິ່ງໄດ້​ຈັດ​ກອງ​ປະຊຸມ​​ເປິ​ດສົກຮຽນ​ໃໝ່ 2013-2014 ຂນ ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສົມ​ດີ ບຸນ​ຄຸ້ມ ​ເອກ​ອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ​, ທ່ານ ດາລາ​ສັກ ລາດ​ຊະ​ວົງ ວ່າການ​ຫົວໜ້າ​ຫ້ອງການ​ທີ່​ປຶກສາ​ຝ່າຍ​ສຶກສາ-ວັດທະນະທຳ ​ແລະ ທ່ານ ຕຸລາ​ໄຊ ພັນທະ​ວົງ ປະທານ​ຄະນະ​ສະມາຄົມ​ນັກ​ສຶກສາລາ​ວປະຈຳ​ປັກ​ກິ່ງ​ ກອງ​

ປະຊຸມ​ຄັ້ງນີ້ມີ​ນັກ​ສຶກສາ ນັກຄົ້ນຄວ້າ​ນັບ​ແຕ່ລະດັບ​ປະລິນຍາ​ຕີ ປະລິນຍາ​ໂທ​ ແລະ​ ປະລິນຍາ​ເອກ ທີ່​ກຳລັງ​ສຶກສາ​ຄົ້ນຄວ້າ ຮ່ຳຮຽນ​ ນັບ​ທັງ​ນັກ​ສຶກສາ​ທັງ​ເກົ່າ​ແລະ​ໃໝ່​ຢູ່​ຕາມ​ມະຫາວິທະຍາ​ໄລ​ແຫ່ງ​ຕ່າງໆ​ຢູ່​ນະຄອນຫລວງ​ປັກ​ກິ່ງ​ແລະ​ແຂວງ​ອ້ອມ​ຂ້າງ​ເຂົ້າຮ່ວມ.

​ໃນ​ກອງ​ປະຊຸມ​ນອກຈາກໄດ້ມີ​ການ​ສະ​ເໜີ​ຄະນະ​ສະມາຄົມ​ນັກ​​ສຶກສາລາ​ວປະຈຳ​ປັກ​ກິ່ງ​ຊຸດ​ໃໝ່, ​ ນັກ​ສຶກສາ​ທີ່​ມາ​ສຶກສາໃໝ່, ແຜນການ​ເຄື່ອນ​ໄຫວ​ປະຈຳ​ປີຂອງ​ສະມາ​ຄົມ ​ແລະ ​ ການເຄື່ອນ​ໄຫວ​ວຽກ​ງານ​ອົງການຈັດຕັ້ງມະຫາຊົນ​ແລ້ວ ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ເຜີຍ​ແຜ່ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ກິລາ ວ່າ​ດ້ວຍ​ລະບຽບ​ການ​ຄຸ້ມ​ຄອງ​ນັກຮຽນ​ ນັກ​ສຶກສາລາ​ວ ທີ່​ໄປ​ສຶກສາ​ຢູ່​ຕ່າງປະ​ເທດ ​ເລກທີ 3552/ສສກ​.ກນ.13 ລົງ​ວັນ​ທີ 28 ສິງຫາ 2013 ​​ຂອງທ່ານ ອາຈານ ດາລາ​ສັກ ລາດຊະ​ວົງ ແລະ​ ການ​ໃຫ້ກຽດ​​ໂອ້​ລົມ​ຂອງ​ທ່ານ ສົມ​ດີ ບຸນ​ຄຸ້ມ ​ເອກ​ອັກຄະ​ລັດຖະທູດລາວ ປະ​ຈຳ ສປ ຈີນ ​ເຊິ່ງທ່ານ​ໄດ້​ເນັ້ນໜັກ​ເຖິງ​ການ​ເອົາ​ໃຈ​ໃສ່ ຕັ້ງໜ້າ​ສຶກສາ​ຮ່ຳຮຽນ ນຳ​ເອົາ​ບົດຮຽນ​ແລະ​ເຕັກນິກ​ວິຊາ​ການ​ທີ່​ກ້າວໜ້າກັບ​ໄປ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ ຕະຫລອດ​ເຖິງການ​ດຳລົງ​ຊີວິດ, ​ການເອົາ​ໃຈ​ໃສ່​ນັບຖື​ການຈັດຕັ້ງ​ປະຕິບັດ​ລະບຽບ​ວິ​ໄນ​ ກໍ​ຄືກົດໝາຍ​ຂອງ​ປະ​ເທດ​ເຈົ້າພາບແລະ​ກໍ່ສ້າງ​ຕົນ​ເອງ​ເພື່ອ​ໃຫ້​ໄດ້​ເຂົ້າ​​ໃນ​ການຈັດຕັ້ງມະຫາຊົນ​ແລະ​ອື່ນໆ.

ປະຈຸ​ບັນ ​ມີນັກ​ສຶກສາລາ​ວລະດັບ​ຕ່າງໆ ທີ່ກຳລັງ​ສຶກສາ​ຮ່ຳຮຽນ​ຢູ່​ສປ ຈີນ​ ຫລາຍກວ່າ 2000 ຄົນ, ​ ສະ​ເພາະຢູ່ນະຄອນຫລວງ​ປັກ​ກິ່ງ​ ມີ​ນັກ​ສຶກສາລາ​ວກຳລັງ​ຄົ້ນຄວ້າ, ຮ່ຳຮຽນ ​ມີ ຈຳນວນທັງ​ໝົດ123 ຄົນ ​ໃນ​ນັ້ນມີ​ຍິງ 41 ຄົນ.

​ໃນ​ແຕ່ລະ​ປີ ລັດຖະບານ​ ສປ ຈີນ​ໄດ້​ໃຫ້ທຶນ​ແກ່​ນັກ​ສຶກສາລາ​ວ (ທັງ​ເກົ່າ ​ແລະ ​ໃໝ່​​) ຈຳນວນ 300 ທຶນ​ ສະ​ເພາະ​ສົກຮຽນ​ 2013-2014 ນັກ​ສຶກສາ​​ໃໝ່ໄດ້ຮັບ​ທຶນຈາກ​ລັດຖະບານ​ ສປ ຈີນ ຈຳນວນ 68 ທຶນ ​​ໃນ​ນັ້ນລະດັບ​ປະລິນຍາ​ເອກ 6 ທຶນ ລະດັບ​ປະລິນຍາ​ໂທ 43 ທຶນ ​ແລະ ປະ​ລິນ​ຍາ​ຕີ 19 ທຶນ.