ເປີດ​ຖ້ຽວ​ບິນ​ໂດຍ​ກົງ​ປະ​ຖົມ​ມະ​ເລີກ​ແຕ່​ລອນ​ດອນ​ຫາ​ເສິງ​ຕູ່

(GMT+08:00) 2013-09-23 16:11:42     cri
ເວລາ 8​ ໂມງ 55 ນາທີ ຂອງ​ວັນ​ທີ 22 ກັນຍາ​ນີ້, ຍົນ​ໂບອີງ777​-200 ລຳ​ໜຶ່ງ ທີ່​ໄດ້​ແຕ້ມ​ຮູບໝີ​ແພນ​ດາ​ຕາມ​ລຳ​ຍົນ​​ໄດ້​ລົງ​ຈອດ​ຢ່າງ​ປອດ​ໄພ​ຢູ່​ສະໜາມ​ບິນ​ສາກົນ​ສ່ວງ​ຫຼິວ​ນະຄອນເສິງ​ຕູ່​ຂອງ​ຈີນ,ຊຶ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເສັ້ນທາງ​ການບິນ​ແຕ່​ເສິງ​ຕູ່​ຫາ​ລອນ​ດອນ​ໄດ້​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ,​ແລະ​ເປັນ​ທີ່​ສິ້ນ​ສຸດ​ປະຫວັດ​ການ​ທີ່ພາກກາງແລະພາກຕາເວັນຕົກ ຂອງ​ຈີນ​ບໍ່​ມີ​ຖ້ຽວ​ບິນ​ປະ​ຈຳ​ບິນ​ໄປ​ລອນ​ດອນ​ຂອງ​ອັງ​ກິດ​ໂດຍ​ກົງ.

ຖ້ຽວບິນດັ່ງກ່າວນີ້ແມ່ນບໍລິສັດການບິນ British Airelines ຂອງ​ອັງກິດ​ເປັນ​ຜູ້​ປະຕິບັດ​ໜ້າ​ທີ່​ການບິນ​ໂດຍ​ບິນ​ອອກ​ຈາກ​ສະໜາມ​ບິນ​ເຮັສ​ໂຣ​ນະ​ຄອນ​ຫຼວງ​ລອນ​ດອນ​ຂອງ​ອັງກິດ, ​ໄລຍະ​ການບິນ​ເປັນ​ເວລາທັງ​ໝົດ 10 ຊົ່ວ​ໂມງ. ​ເສັ້ນທາງ​ການບິນ​ໂດຍ​ກົງ​ຈາກ​ນະຄອນ​ເສິງ​ຕູ່​ຫາ​ລອນ​ດອນແມ່ນ​ນະຄອນ​ທີ​ສາມ​ຢູ່​ແຜ່ນດິນ​ໃຫຍ່​ຂອງ​ຈີນ​ທີ່​ບໍລິສັດ​ການບິນ British Airelines ​ເປີດ​ເສັ້ນທາງ​ການບິນ​ໂດຍ​ກົງ​ໃນ​ຮອບ 32 ປີຜ່ານມາ, ຊຶ່ງ​ກ່ອນ​ໜ້າ​ນີ້​ໄດ້​ເປີດ​ເສັ້ນທາງ​ການບິນ​ໂດຍ​ກົງ​ໄປ​ສູ່​ປັກ​ກິ່ງ​ແລະ​ຊຽງ​ໄຮ​ມາ​ແລ້ວ. ​ເສັ້ນທາງ​ການບິນ​​ໂດຍ​ກົງ​ຈາກ​ເສິງ​ຕູ່​ຫາ​ລອນ​ດອນ​ໄດ້​ອຳນວຍ​ເສັ້ນທາງ​ອາກາດ​ທີ່​ສະດວກ​ວ່ອງ​ໄວ​ໃຫ້​ແກ່​ຜູ້​ໂດຍສານ​ແຂວງ​ເສ​ສວນ​ຕະຫຼອດ​ຮອດ​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ໃນ​ການ​ເດີນທາງ​ໄປ​ເອີຣົບ, ​ເມື່ອທຽບ​ກັບ​​​ເສັ້ນທາງ​ການບິນ​ແບບ​ຕໍ່​ຍົນ​ແລ້ວ​ໄດ້​ປະຢັດ​​ເວລາ​ປະມານ 6 ຫາ 8 ຊົ່ວ​ໂມງ, ​ເຊິ່ງ​ໄລຍະຜ່ານ​ມາ, ຜູ້​ໂດຍສານທີ່​ອອກ​ເດີນທາງ​ຈາກ​ນະຄອນ​ເສິງ​ຕູ່​ໄປ​ຫາ​ລອນ​ດອນ​ຕ້ອງ​ຕໍ່​ຍົນ​ຢູ່​ປັກ​ກິ່ງ,ຊຽງ​ໄຮ​ແລະ​ຮົງ​ກົງ.