ກອງ​ປະຊຸມ​ໃຫຍ່​ສະມັດຊາ ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ ອາ​ຊຽນ (AIPA)ຄັ້ງ​ທີ 34​ອັດ​ລົງ​ຢູ່​​ບຣູ​ໄນ

(GMT+08:00) 2013-09-23 16:15:22     cri
ຂ່າວສານ​ຫວຽດນາມ​ລາຍ​ງານ​ວ່າ, ກອງ​ປະຊຸມ​ໃຫຍ່​ສະມັດຊາ ລັດ​ຖະ​ສະພາ​ລະຫວ່າງ​ຊາດ ອາ​ຊຽນ (AIPA) ຄັ້ງ​ທີ 34 ​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ 22 ກັນຍາ​ນີ້​ຢູ່​ນະຄອນຫຼວງ​ບານ​ດາ​ເຊຣີ​ເບ​ກາ​ວັນ​ຂອງ​ບຣູ​ໄນ. ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ບັນຫາ​ຕ່າງໆ​ເຊັ່ນ ບົດບາດ​ຂອງ AIPA ​​ໃນ​ຂະ​ບວນການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ແລະ​ອື່ນໆ. ທີ່​ປະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ໂດຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ສືບ​ຕໍ່​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ສ້າງ​ອະນາຄົດ​ທີ່​ດີງາມ​ຂອງ​ອາ​ຊຽນ​ແລະ​ຂະ​ບວນການ​ສ້າງ​ປະຊາ​ຄົມ​ອາ​ຊຽນ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ໄດ້​ເປັນ​ເອກະສັນ​ກັນ​ເຫັນ​ດີ​ໃນ​ການ​ຮັບຮອງ​ເອົາ​ຕີ​ມໍ​ເລັສ​ເຕ​ເປັນ​ປະ​ເທດ​ສັງ​ເກດ​ການ. ທີ່​ປ​ະຊຸມ​ຍັງ​ຕົກລົງ​ໃຫ້​ສປປ ລາວ​ເປັນ​ປະ​ເທດປະທານ​ຂອງ AIPA ​ປະຈຳປີ2014 ​ແລະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ໃຫຍ່ ສະມັດຊາ ລັດ​ຖະ​ສະພາ​ລະຫວ່າງ​ຊາດ ອາ​ຊຽນ (AIPA) ຄັ້ງ​ທີ 35. ກອງ​ປ​ະຊຸມ AIPA ຄັ້ງ​ທີ 35 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ກັນຍາ​ປີ 2014 ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ຂອງ​ລາວ.

ສະມັດຊາລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນຫຼື AIPA ​ແມ່ນ​ສ້າງຕັ້ງ​ຂຶ້ນ​ໂດຍ 5 ປະ​ເທດ​ອາ​ຊຽນຄື ອິນ​ໂດ​ເນ​ເຊຍ, ມະ​ເລ​ເຊຍ,ຟີ​ລິບ​ປິນ,​ໄທ​ແລະ​ສິງກະ​ໂປ ​ເມື່ອ ປີ1977. ​ແລະ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ​ຢູ່​ສິງກະ​ໂປ​ໃນ​ປີ1978. ຫຼັງ​ຈາກ​ນັນ, ຫວຽດນາມ, ລາວ, ກຳ​ປູ​ເຈຍ, ບຣູ​ໄນ​ແລະ​ມຽນມາ​ໄດ້​ເຂົ້າ​ເປັນ​ສະມາຊິກ AIPA ຕາມ​ລຳດັບ.ບົດ​ວິຈານ​ຂອງ​ຂ່າວສານ​ຊິນ​ຮວາ​ຂຽນ​ວ່າ, ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ເຢຍລະ​ມັນ​ໄດ້​ສົ່