ບົດ​ວິຈານ​ຂອງ​ຂ່າວສານ​ຊິນ​ຮວາ​ຂຽນ​ວ່າ, ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ເຢຍລະ​ມັນ​ໄດ້​ສົ່ງ​ສັນຍານ​ຕໍ່​ເອີຣົບ​ໃຫ້​ຊາບ​ວ່າ​ຈະຮັກສາ​ຄວາມ​ໝັ້ນ​ທ່ຽງ​ແລະ​ຄວາມ​ຕໍ່​ເນື່ອງ​ຂອງ​ນະ​ໂຍບາຍ

(GMT+08:00) 2013-09-23 16:43:27     cri
ວັນ​ທີ 22 ກັນຍາ​ນີ້​ແມ່ນ​ມື້​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ເຢຍລະ​ມັນ,​ຕາມ​ຜົນ​ການ​ນັບ​ບັດ​ໃນ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ພັກ​CDU/CSU​ທີ່​ນຳ​ພາ​ໂດຍ​ທ່ານ​ນາງ​ແອ​ງ​ເຈີລາ ​ເມີ​ເກນ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ໄດ້​ຮັບ​ຄະ​ແນນ​ສຽງ​ປະມານ 42% ​, ​ໂດຍ​ໄດ້​ກາຍ​ເປັນ​ຜູ້​ທີ່​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາຍ​ທີ່​ສຸດ​ໃນ​ການ​ເລືອກ​ຕັ້ງລັດຖະສະພາ​ເຢຍລະ​ມັນ. ຂ່າວສານ​ຊິນ​ຮວາ​ທີ່​ເປັນ​ຂ່າວສານ​ແຫ່ງ​ຊາດ​ຈີນ​ໄດ້​​ເປີດ​ເຜີຍ​ບົດ​ວິຈານ​ໂດຍ​ຂຽນ​ວ່າ, ​ເອີຣົບ​ໄດ້​ເອົາ​ໃຈ​ໃສ່ຢ່າງ​ສູງ​ຕໍ່ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ເຢຍລະ​ມັນ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ, ນັບ​ຕັ້ງ​ແຕ່​ເກີດ​ວິ​ກິດ​ການ​ໜີ້ສິນ​ຢູ່​ເອີຣົບ​ເປັນຕົ້ນ​ມາ, ​ເຢຍລະ​ມັນ​ໄດ້​ມີ​ຖານະ​ບົດບາດ​ສູງ​ຂຶ້ນ​ຕື່ມ​ອີກ​ຢູ່​ເອີຣົບ, ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ເຢຍລະ​ມັນ​ໄດ້​ສົ່ງ​ສັນຍານ​ຕໍ່​ເອີຣົບວ່າ​ຈະ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ນະ​ໂຍບາຍ.

ບົດ​ຄວາມ​ຂຽນ​ວ່າ,​ການ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ຂອງ​ພັກ​CDU/CSU​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​​ແນວທາງ​ກອບ​ກູ້​ຄ່າເງິນ​ເອີ​ໂຣທີ່​ນຳພາ​ໂດຍ​ທ່ານ​ນາງ​​ແອ​ງ​ເຈີ​ລາ ​ເມີ​ເກນ​ໄດ້​ຮັບ​ຄວາມ​​ຢືນຢັນ​ຈາກ​ປະຊາຊົນ​ສ່ວນ​​ໃຫຍ່​ຂອງ​ເຢຍລະ​ມັນ. ລັດຖະບານ​ຊຸດ​ໃໝ່​ຂອງ​ເຢຍລະ​ມັນ​ຈະ​ຮັກສາ​ຄວາມ​ຕໍ່​ເນື່ອງ​ຂອງ​ນະ​ໂຍບາຍ​ຕ້ານ​ວິ​ກິດ​ການ​ເງິນ​ເອີ​ໂຣ ຄື ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງຄ່າ​ເງິນ​ເອີ​ໂຣ, ປະຕິບັດ​ລະບຽບ​ການ​ສະກັດ​ກັ້ນ​ວິ​ກິດ​ການ​ໜີ້​ສິນ, ພະຍາຍາມ​ບັນລຸ​ເປົ້າ​ໝາຍ​ຫຼຸດ​ຜ່ອນ​ພາລະ​ໜີ້​ສິນ, ຄັດຄ້ານ​ການ​ເຊື່ອ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ໜີ້​ສິນ​ເອີຣົບ​ແລະ​ພັນທະບັດ​ເອີຣົບ, ​ເພີ່ມ​ທະວີ​ກຳລັງ​ແຂ່ງ​ຂັນ​ຂອງ​ປະ​ເທດ​ໃນ​ເຂດ​ໃຊ້​ເງິນ​ເອີ​ໂຣ, ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ.

ບົດ​ຄວາມ​ຂຽນ​ວ່າ, ​ໃນ​ສະ​ເພາະ​ໜ້າ​ນີ້, ວິ​ກິດ​ການ​ໜີ້​ສິນ​ເອີຣົບ​ໄດ້​ຜ່ອນຄາຍ​ລົງ​ໜ້ອຍ​ໜຶ່ງ, ​ແຕ່​ຍັງ​ບໍ່​ທັນ​ສິ້ນ​ສຸດ​ລົງ​ເທື່ອ,​ ສະພາບ​ລວມ​ຂອງ​ວິ​ກິດ​ການ​ຍັງ​ຂ້ຽວຂາດ​ຢູ່​ຄື​ເກົ່າ. ​ໃນ​ບໍ່​ເທົ່າ​ໃດ​ປີ​ຂ້າງ​ໜ້າ​ນີ້, ພາຍ​ໃຕ້​ການ​ນຳພາ​ຂອງ​ເຢຍລະ​ມັນ, ​ເຂດ​ໃຊ້​ເງິນ​ເອີ​ໂຣຈະ​ສືບ​ຕໍ່​ກ້າວ​ເດີນ​ໄປ​ຕາມ​ເສັ້ນທາງ​ຮັດກຸມ​ແລະ​ປັບປຸງ​ວຽກ​ງານການ​ເງິນ​ໃຫ້​ໝັ້ນຄົງ​ແລະ​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ.