ທ່ານ​ສີ​ຈິ້ນ​ຜິ​ງ​ພົບ​ປະ​ເຈລະ​ຈາ​ກັບ​ປະທານາທິບໍດີ​ເວ​ເນ​ຊູ​ເອລາ ​​ເນັ້ນ​ໜັກ​ໃຫ້​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-​ເວ​ເນ​ຊູ​ເອລາ​ຢ່າງ​ບໍ່​ຢຸດ​ຢັ້ງ

(GMT+08:00) 2013-09-23 13:46:06     cri
ວັນ​ທີ 22 ກັນຍາ​ນີ້ ຢູ່​ຫໍ​ສະພາ​ປະຊາ​ຊົນຈີນ​ທີ່​ນະຄອນຫຼວງ​ປັກ​ກິ່ງ ​ ທ່ານ​ສີ​ຈິ້ນ​ຜິງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານຣີຊາ​ໂດ ມາ​ດູ​ໂຣ ປະທານາທິບໍດີ​ເວ​ເນ​ຊູ​ເອລາ. ປະມຸກ​ລັດ​ຂອງ​ສອງ​ປະ​ເທດ​ໄດ້​ລົງ​ເລິກ​ແລ​ກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບກາ​ນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດທີ່​ພັດທະນາ​ຮ່ວມ​ກັນລະຫວ່າງ​ຈີນ-​ເວ​ເນ​ຊູ​ເອລາ ​ພ້ອມ​ດ້ວຍບັນຫາ​ສາກົນ​ແລະ​ພາກ​ພື້ນທີ່​ກ່ຽວຂ້ອງ, ​ໄດ້​ມີ​ຄວາມ​ຮັບ​ຮູ້​ເປັນ​ເອກະສັນ​ກັນ​ຢ່າງ​ກວ້າງ​ຂວາງ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ​ເວ​ເນ​ຊູ​ເອລາ​ແມ່ນ​ປະ​ເທດ​ທີ່​ສຳຄັນ​ໃນ​ເຂດ​ອາ​ເມ​ລິ​ກາ​ລາ​ຕິນ. ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້ຮັບ​ການ​ຂະຫຍາຍຕົວ​​ເປັນ​ຢ່າງ​ດີ. ຈີນ​ສະ​ແດງ​ຄວາມ​ຍ້ອງຍໍ​ຕໍ່ທ່ານປະທານາທິບໍດີຣີຊາ​ໂດ ມາ​ດູ​ໂຣ ​ແລະ​ລັດຖະບານ​ຊຸດ​ໃໝ່​ຂອງ​ເວ​ເນ​ຊູ​ເອລາທີ່​ໄດ້ສືບ​ຕໍ່​ປະຕິບັດນະ​ໂຍບາຍທີ່​ມີ​ໄມຕີ​ຈິດ​ມິດຕະພາບຕໍ່​ຈີນທີ່​ອະດີດ​ປະທານາທິບໍດີ​ວາງ​ໄວ້, ຖື​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງຈີນ-​ເວ​ເນ​ຊູ​ເອລາ​ເປັນ​​ເປົ້າ​ໝາຍ​ທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ບູລິ​ມະ​ສິດ. ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ຈີນ-​ເວ​ເນ​ຊູ​ເອລາ​ຢູ່​ໃນ​​ໄລຍະ​ສືບ​ທອດ​ອັນ​ເກົ່າ​ແລະ​ຂະຫຍາຍ​ອັນ​ໃໝ່​. ສອງ​ຝ່າຍ​ຄວນ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊຸກຍູ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່ພັດທະນາ​ຮ່ວມ​ກັນ​ລະຫວ່າງ​ຈີນ-​ເວ​ເນ​ຊູ​ເອລາ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

​ທ່ານຣີຊາ​ໂດ ມາ​ດູ​ໂຣ​ໄດ້ສະ​ແດງ​ຄວາມ​​ຂອບ​ໃຈ​ຕໍ່​ການ​ສະໜັບສະໜູນ​ທີ່​ລ້ຳ​ຄ່າ​ຂອງ​ຈີນ, ​ໂດຍສະ​ເພາະ​​ມິດຕະພາບ​ທີ່ເປັນ​ມູນ​ເຊື້ອຕໍ່​ທ່ານ​ຮຸຍ​ໂກ​ຊາ​ເວດ ອະດີດ​ປະທານາທິບໍດີ​​ເວ​ເນ​ຊູ​ເອລາທີ່​ໄດ້​ເຖິງ​ແກ່​ມໍ​ລະນະ​ກຳ​ໄປ​ແລ້ວ. ປະຊາຊົນ​ເວ​ເນ​ຊູ​ເອລາ​ພວມ​​ເດີນ​ຕາມ​ເສັ້ນທາງ​ຂອງ​ທ່ານ​ຮຸຍ​ໂກ​ຊາ​ເວດ ​ແລະ​ສືບ​ຕໍ່​ກ້າວ​ໄປ​ໜ້າ.
ພາຍຫຼັງ​ການ​ເຈລະຈາ, ປະມຸກ​ລັດ​ທັງ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ​ພິທີ​​ເຊັນ​ສັນຍາ​ແລະ​ລົງ​ນາມ​ໃນ​ເອກະສານ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ລະດົມ​ທຶນຮອນ, ວັດທະນະທຳ, ການ​ສຶກສາ, ການ​ຝຶກ​ອົບຮົມ ​ແລະການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​ໃຫ້ມີ​ຄວາມ​ສະດວກຍິ່ງ​ຂຶ້ນ​ເປັນ​ຕົ້ນ.