ງານມະຫະກຳ​ກິລາ​​ເພື່ອ​ຄວາມສາມັກຄີຊາວ​ມຸສລິ​ມຄັ້ງ​ທີ 3 ​ໄຂ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ

(GMT+08:00) 2013-09-23 13:47:11     cri
ວັນ​ທີ 22 ກັນຍາ​ນີ້, ງານມະຫະກຳ​ກິລາ​​ເພື່ອ​ຄວາມສາມັກຄີຊາວ​ມຸສລິ​ມຄັ້ງ​ທີ 3 ​​ໄດ້ໄຂ​ຂຶ້ນ​ຢູ່ນະຄອນ​ປາລິ​ມບັງແຂວງສຸ​ມາ​ຕາ​ໃຕ້​ຂອງອິນ​ໂດ​ເນ​ເຊຍ​,  ນັກ​ກິລາຫຼາຍ​ພັນ​ຄົນ​ທີ່​ມາ​ຈາກ 44 ປະ​ເທດ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຄັ້ງ​ນີ້. ​ແຕ່ກ່ອນ​ໄຂ​ງານ​ມະຫະກຳ​ກິລາ​ຄັ້ງ​ນີ້, ຍ້ອນ​ບາງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​​ໄດ້ຮຽກຮ້ອງ​​ໃຫ້​ຫ້າມ​ບໍ່​ໃຫ້​ນັກ​ກິລາ​ໃສ່​ຊຸດບີ​ກີ​ນີ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ, ​ແຕ່​ໄດ້​ຮັບ​ການ​ປະຕິ​ເສດຈາກ​ອິນ​ໂດ​ເນ​ເຊຍ​ທີ່​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ຄັ້ງ​ນີ້​,ແລ້ວ​ເຮັດ​ໃຫ້​ມີ​ຄວາມ​ຂັດ​ແຍ້​ງກັນ​ເກີດ​ຂຶ້ນ.

ງານມະຫະກຳ​ກິລາ​​ເພື່ອ​ຄວາມສາມັກຄີ​ຂອງ​ຊາວມຸສລິ​ມ​ແມ່ນ​ງານ​ມະຫະກຳ​ກິລາ​ແບບ​ສັງ​ລວມ​​ໃນ​ເຂດ​ມຸສລິ​ມ, ​ໄລຍະ4 ປີ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ. ປີ 2005, ງານ​ກິລາ​ມະຫະກຳ​ເພື່ອ​ຄວາມ​ສາມັກຄີ​ຊາວມຸສລິ​ມຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ອາຣັບບີຊາ​ອຸ​ດິດ. ປີ 2009 ງານ​ມະຫະກຳ​ກິລາ​ຄັ້ງ​ທີ 2 ​ໄດ້​ຕົກລົງ​ຈະຈັດ​ຂຶ້ນ​ຢູ່​ອີຣານຕາມ​ແຜນການ, ​ແຕ່​ໄດ້​ຖືກ​ຍົກ​ເລີກ​​ໄປ.