ຈັດການ​ແຂ່ງຂັນ​​ລົດ​​ເລລີ​ສາກົນ​ຈີນ-ອາ​ຊຽນ 2013 ຢູ່ກຳ​ປູ​ເຈຍ ​​ເພື່ອ​ດຳ​ເນີນ​ການ​ແລກປ່ຽນ​ດ້ານ​ກິລາ​ພື້ນ​ເມືອງ​

(GMT+08:00) 2013-09-23 15:09:32     cri
ວັນ​ທີ 22 ກັນຍາ​ນີ້, ທີ​ມ​ແຂ່ງຂັນລົດ​ເລ​ລີສາກົນ​ຈີນ-ອາ​ຊຽນ 2013 ​ໄດ້​ບໍລິຈາກ​ເຄື່ອງ​ອຸປະກອນ​ດ້ານ​ກິລາ​ງວດ​ໜຶ່ງ​ໃຫ້​ແກ່​ກຳປູ​ເຈຍ​ຊຶ່ງ​​ເປັນ​ປະ​ເທດ​ກຽດ​ຕິ​ຍົດ​​ໃນການ​ແຂ່ງຂັນ​ຄັ້ງ​ນີ້, ​​ແລະ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ມຸ່ງ​ມາດ​ປາຖະໜາ​ດ້ານ​ການ​ຮ່ວມ​ມື​ກັບ​ອົງການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ​ທ້ອງ​ຖິ່ນໃນ​ໂຄງການ​ການອອກກຳລັງ​ກາຍຂອງປະຊາຊົນ​ແບບ​ທົ່ວ​ປວງ​ຊົນ.

ວັນ​ທີ 21 ກັນຍາ​ນີ້, ການ​​ແຂ່ງຂັນ​ຮອບ​ສຸດ​ທ້າຍ​ໃນການ​ແຂ່ງຂັນລົດ​ເລ​ລີ​ຄັ້ງ​ນີ້​ໄດ້​ສິ້ນ​ສຸດ​ລົງ​ແລ້ວ. ປະຈຸ​ບັນ, ການ​ແຂ່ງຂັນລົດ​ເລ​ລີ​ສາກົນ​ຈີນ-ອາ​ຊຽນ 2013 ​​ໄດ້​ຈັດ​ຂຶ້ນ​ຢູ່ 7 ປະ​ເທດ​ເຊັ່ນ:ຫວຽດນາມ, ລາວ​ແລະ​ກຳປູ​ເຈຍ​ເປັນ​ຕົ້ນ, ຄວາມ​ຍາວ​ຂອງ​ການ​ແຂ່ງຂັນ​ໄລ່ລວມ​ແລ້ວ​ໄດ້​ຫຼາຍ​ກວ່າ 6 ພັນ​ກິ​ໂລ​ແມັດ.