ກະຊວງ​ພາຍ​ໃນ​ເຄັນ​ຢາ​ກ່າວ​ວ່າ ​ການ​ຊ່ວຍ​ເຫຼືອ​ຕົວ​ປະກັນ​ໃນ​ເຫດການຫຼອນ​ໂຈມ​ຕີ​​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ

(GMT+08:00) 2013-09-24 15:55:54     cri
ວັນ​ທີ 23 ກັນຍາ​ນີ້, ກະຊວງພາຍ​ໃນ​ເຄັນ​ຢາ​ກ່າວ​ວ່າ, ນັບ​ມາ​ຮອດ​ວັນ​ທີ 23 ກັນຍາ​ນີ້, ​ເຫດການ​ຫຼອນ​ໂຈມ​ຕີ​ສູນ​ການ​ຄ້າ​ໃນ​ນະ​ຄອນ​ຫຼວງໄນ​ໂຣບີ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 62 ຄົນ, ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼື​ອຕົວ​ປະກັນ​​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ, ຂະນະ​ທີ່​ມີ​ການ​ປະ​ທະ​ກັບພວກກໍ່​ການ​ຮ້າຍນັ້ນ,​ເຈົ້າ​ໜ້າ​ທີ່ຍັງ​ສາມາດ​ຊ່ວຍ​ເຫຼືອ​ຕົວ​ປະກັນ​ໄດ້ຈຳນວນ​ໜຶ່ງ.

ວັນ​ທີ 23 ກັນຍາ​ນີ້, ທ່ານ​ໂຈ​ເຊັຟ ​ໂອ​ເລ ​ເລັນ​ຄູ ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ແລະ​ປະສານ​ງານ​ລັດຖະບານກາງ​​ເຄັນ​ຢາ​ກ່າວ​ວ່າ, ​ກອງກຳລັງ​ລັດຖະບານ​ໄດ້​ຄວບ​ຄຸມ​ພື້ນ​ທີ່ທຸກ​ຊັ້ນ​ອາຄານ​ສູນການ​ຄ້າ​ແລ້ວ, ພວກ​ກໍ່​ການ​ຮ້າຍ​ບໍ່​ມີ​ທາງ ​ທີ່​ຈະ​ຫຼົບໜີ​ອອກໄດ້. ​ໃນ​ການ​ບຸກ​​ໂຈມ​ຕີ​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ, ຢ່າງ​ໜ້ອຍ​ມີ​ຜູ້​ປະກອບ​ອາວຸດ​ສອງ​ຄົນ​ຖືກ​ຍິງ​​ຕາຍ, ອີກ​ຫຼາຍ​ຄົນ​ຖືກ​ຍິງ​ໄດ້​ຮັບ​ບາດ​ເຈັບ. ທ່ານ​ເດ​ວິດ ຄີ​ໄມ​​ໂຢ ຫົວໜ້າ​ກົມ​ໃຫຍ່​ຕຳຫຼວດ​ເຄັນ​ຢາ​ກ່າວ​ວ່າ, ຕາມ​ຂ່າວ​ລັບ​​ໃຫ້​ຮູ້​ວ່າ, ຜູ້​ປະກອບ​ອາວຸດ​ທີ່ຢູ່​ໃນ​ສູນ​ການ​ຄ້າ​ແມ່ນ​ມາ​ຈາກຫຼາຍ​ປະ​ເທດ, ນີ້​ເປັນ​ເຫດການ​ກໍ່​ການ​ຮ້າຍ​ສາກົນ​ຄັ້ງ​ໜຶ່ງ.

ຕອນ​ເຊົ້າວັນ​ທີ 21 ກັນຍາ​ນີ້, ຜູ້​ປະກອບ​ອາວຸດ​ຫຼາຍ​ຄົນ​ໄດ້​ບຸກ​ເຂົ້າ​ສູນ​ການ​ຄ້າ​ເວັສທ໌​ເກັດ,​ແລະ​ໄດ້ຍິງ​ປືນ​ແລະ​ແກວ່ງໝາກ​ແຕກ​ໃສ່​ປະ​ຊາ​ຊົນ, ຊຶ່ງ​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ. ຫຼັງ​ຈາກ​ນັ້ນ, ຜູ້​ປະກອບ​ອາວຸດ​ເຫຼົ່າ​ນີ້​ໄດ້​ຍິງ​ປະ​ທະ​ກັນ​ກັບ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ແລະ​ທະ​ຫານ​ທີ່​ເດີນ​ທາງ​ໄປ​ເຖິງ​ສູນ​ການ​ຄ້າ​ເປັນ​ການ​ດ່ວນ. ນັບ​ມາ​ຮອດ​ປະຈຸ​ບັນ, ​ເຫດການ​ໃນ​ຄັ້ງ​ນີ້​ໄດ້​ແກ່ຍາວ​ມາ​ເປັນ​ເວລາ 50 ກວ່າ​ຊົ່ວ​ໂມງ​ແລ້ວ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ແລະ​ທະ​ຫານ​ຍັງ​ປະ​ເຊີນ​ໜ້າ​ກັບ​ຜູ້​ປະກອບ​ອາວຸດ​ຢູ່.