ທ່ານ​ຮຸນ​ແຊນ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ຊຸດ​ໃໝ່

(GMT+08:00) 2013-09-24 16:53:34     cri
ວັນ​ທີ 24 ກັນຍາ​ນີ້, ກອງ​ປະຊຸມ​ຄັ້ງປະຖົມມະ​ເລີກ​ຂອງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ​ສະ​ໄໝ​ທີ 5 ​ໄດ້​ເລືອກ​ຕັ້ງ​ທ່ານ​ຮຸນ​ແຊນ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ລັດຖະບານ​ກຳປູ​ເຈຍ​ຊຸດ​ໃໝ່. ສະມາຊິກ​ສະພາ​ທີ່​ເຂົ້າ​ຮ່ວມ​ກອງ​ປ​ະຊຸມ​ຍັງ​ໄດ້​ເປັນ​ເອ​ກະ​ສັນ​ກັນ​ຮັບ​ຮອງ​ເອົາການ​ນຳສະພາ​ແຫ່ງ​ຊາດ​ແລະ​ຜູ້​ທີ່​ຈະ​ເປັນ​ສະ​ມາ​ຊິກ​ຄະ​ນະ​ລັດ​ຖະບານ​ໂດຍ​ໃຊ້​ວິທີ​ການລົງ​ຄະ​ແນນ​ສຽງ​ດ້ວຍ​ການ​ຍົກ​ມື​ພຽງ​ຄັ້ງ​ດຽວ.

ທ່ານ​ເຮັງ​ຊຳ​ຣິນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ອີກ​ວາລະ​ໜຶ່ງ. ບັນຊີ​ລາຍ​ຊື່​ຜູ້​ທີ່​ຈະ​ເປັນ​ສະ​ມາ​ຊິກ​ຄະ​ນະ​ລັດຖະບານ​ແລະ​ຜູ້​ທີ່​ຈະ​ເປັນ​ປະທານ​ແລະ​ຮອງ​ປະທານ​ຂອງ​ 9 ກຳມາ​ທິການ​ຂອງ​ສະ​ພາ​ຊຶ່ງ​ແມ່ນ​ທ່ານ​ຮຸນ​ແຊນ​ຍື່ນ​ໃຫ້​ສະ​ພາ​ແຫ່ງ​ຊາດ​ນັ້ນ​ກໍ່​ໄດ້​ຜ່ານ​ການ​ຮັບ​ຮອງ​ໃນ​ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ນີ້.

ສະມາຊິກ​ພັກ​ກູ້​ຊາດ​ທີ່​ເປັນ​ພັກ​ຝ່າຍ​ຄ້ານ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນສະມາຊິກ​ສະພາທັງ​ໝົດ 55 ຄົນ​ບໍ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່. ສະມາຊິກ​ສະພາ 55 ຄົນ​ຂອງ​ພັກ​ກູ້​ຊາດ​ຍຶດໝັ້ນ​ໃນ​ການ​ຄັດຄ້ານ​ສະພາ​ແຫ່ງ​ຊາດ​ໂດຍ​ກ່າວ​ວ່າ, ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ເປັນ​ສະພາ​ແຫ່ງ​ຊາດ​ພັກ​ດຽວ, ຊຶ່ງ​ຂາດ​ຄວາມ​ຖືກຕ້ອງ​ຕາມ​ກົດໝາຍ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຮຸນ​ແຊນ​ກ່າວ​ໃນ​ກອງ​ປະຊຸມ​ຄັ້ງ​ປະ​ຖົມ​ມະ​ເລີກ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ວັນ​ທີ 24 ກັນຍາ​ນີ້​ວ່າ, ສະພາ​ແຫ່ງ​ຊາດ​ບໍ່​ໄດ້​ສະກັດ​ກັ້ນ​ສະມາຊິກ​ສະພາ​ຂອງ​ພັກ​ໃດໆ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ພັກ​ປະຊາຊົນ​ຍັງ​ຄົງ​ຍຶດໝັ້ນ​ຈຸດ​ຢືນ​ໃນ​ການ​ປຶກສາ​ຫາລື​ກັບ​ພັກ​ກູ້​ຊາດ​ເພື່ອ​ແກ້​ໄຂ​ບັນຫາ, ​ແລະ​ຍັງ​ໄດ້​ຈົ່ງ​ ​ຕຳ​ແໜ່​ງ​ສ່ວນ​ໜຶ່ງ​​ໃນ​ສະພາໄວ້​ໃຫ້​ພັກ​ກູ້​ຊາດຢູ່.